ເພື່ອເປັນການປະກອບສ່ວນບໍລິຈາກເລືອດເພື່ອຂ່ວຍເຫຼືອສັງຄົມ ສະມາຄົມທູດທະຫານຕ່າງປະເທດ ປະຈຳລາວ ນຳໂດຍພົນຈັດຕະວາ ຈໍ່ໂຊມິນ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສສ ມຽນມາ ຫົວໜ້າ ສະມາຄົມທູດທະຫານຕ່າງປະເທດປະຈຳລາວ ຈັດກິດຈະກຳບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຂຶ້ນ ວັນທີ 14 ມັງກອນ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ.
ພົນຈັດຕະວາ ຈໍ່ໂຊມິນ ແຈ້ງໃຫ້ຊາບວ່າ: ກິດຈະກຳຄັ້ງນີ້ ເປັນຄັ້ງທຳອິດທີ່ທາງສະມາຄົມຈັດຂຶ້ນ ແລະ ຈະສືບຕໍ່ກິດຈະກຳດີໆແບບນີ້ຕໍ່ໄປອີກ ເຊິ່ງຄັ້ງນີ້ ມີນາຍ ແລະ ພົນທະຫານ ພະນັກງານ ໃນສະຖານທູດ ແລະ ສະມາຊິກພາຍໃນຂອງສະມາຄົມ ຮ່ວມບໍລິຈາກເລືອດທັງໝົດທັງໝົດ 19 ທ່ານ ຍິງ 1 ທ່ານ.
