ມອບ-ຮັບການກໍ່ສ້າງ-ຕໍ່ເຕີມຫ້ອງການ ແລະ ອຸປະກອນຮັບໃຊ້ໂຮງຮຽນອະນຸບານ-ປະຖົມນາຜາສຸກ

    ພິທີມອບ-ຮັບການກໍ່ສ້າງ-ຕໍ່ເຕີມຫ້ອງການ ເທເດີ່ນ ມຸງເງີບກັນແດດ ອຸປະກອນຮັບໃຊ້ ເຄື່ອງຫຼິ້ນອື່ນໆຂອງໂຮງຮຽນອະນຸບານນາຜາສຸກ ແລະ ຕິດຕັ້ງໂຕະ-ຕັ່ງ ຕິດຕັ້ງໝໍ້ນັບໄຟ ມຸງຫຼັງຄາໃໝ່ໝົດຫຼັງຂອງໂຮງຮຽນປະຖົມສຶກສາສົມບູນນາຜາສຸກ ບ້ານນາຜາສຸກ ເມືອງໄຊທານີ ນະຄອນຫຼວງວຽງຈັນ (ນວ) ຈັດຂຶ້ນວັນທີ 11 ມັງກອນ 2021 ຢູ່ໂຮງງານປະຖົມສຶກສາສົມບູນນາຜາສຸກ ເຊິ່ງມອບໂດຍທ່ານ ຮສ ປອ ຄໍາຫຼ້າ ນາກຄະວົງ ປະທານບໍລິສັດ ຂວັນເມືອງກຣູບ ຈໍາກັດຜູ້ດຽວ ຜູ້ອໍານວຍການບໍລິສັດ ວຽງຈັນບໍລິຫານຈັດການຂີ້ເຫຍື້ອ ຈໍາກັດ ແລະ ຮັບໂດຍທ່ານ ວິໄລ ສວນສັກດາ ຜູ້ອຳນວຍການໂຮງຮຽນອະນຸບານ-ປະຖົມບ້ານນາຜາສຸກ ມີທ່ານ ສົມພອນ ສອນດາລາ ກໍາມະການພັກ ນວ ຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ໂອກາດນີ້ ທ່ານ ວິໄລ ສວນສັກດາ ກໍໄດ້ສະແດງຄວາມຂອບໃຈທ່ານ ຮສ ປອ ຄໍາຫຼ້າ ນາກຄະວົງ ທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນດ້ານວຽກງານການສຶກສາຂອງນັກຮຽນອະນຸບານ-ປະຖົມບ້ານນາຜາສຸກ ແນໃສ່ເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນ ພ້ອມທັງໃຫ້ຄຳໜັ້ນສັນຍາວ່າຈະປົກປັກຮັກສາອາຄານ ແລະ ນຳໃຊ້ອຸປະກອນດັ່ງກ່າວໃຫ້ມີເກີດປະໂຫຍດສູງສຸດ.

                 # ຂ່າວ & ພາບ :  ສະບາ​ໄພ

error: Content is protected !!