ອຸດສາຫະກໍາ ແມ່ນປັດໄຈໃນການຊຸກຍູ້ເສດ​ຖະ​ກິດຂະຫຍາຍຕົວ

    ໃນໄລຍະ 5 ປີຜ່ານມາ ເສດຖະກິດແຫ່ງຊາດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສະເລ່ຍ ຄາດວ່າຈະຢູ່ໃນລະດັບ 5,8% ຕໍ່ປີ ແລະ ໃນປີ 2020 ຄາດວ່າຈະຂະຫຍາຍຕົວປະມານ 3,3% ເຊິ່ງ​ປັດ​ໄຈຫຼັກ​ແມ່ນ​ມາ​ຈາກ​ການ​ເຕີບ​ໃຫ​ຍ່​ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ທີ່​ຂະ​ຫຍາຍ​ຕົວສະ​ເລ່ຍ​ຢູ່​ໃນ​​ລະ​ດັບ 9,1% ​ເຊິ່ງ​ຂະ​ແໜງ​ການ​ທີ່​ພົ້ນ​ເດັ່ນ​ແມ່ນ​ໄຟ​ຟ້າ ແລະ ການກໍ່​ສ້າງ.

    ແຕ່ເຫັນວ່າອັດຕາການຂະຫຍາຍຕົວມີທ່າອ່ຽງຫຼຸດລົງຢ່າງຕໍ່ເນື່ອງ ແລະ ຫຼຸດແຜນການວາງໄວ້ ໃນນີ້ ຂະແ​ໜງກະສິກໍາຂະຫຍາຍຕົວສະເລ່ຍ 2,1% ອຸດສາຫະກໍາຂະຫຍາຍຕົວສະເລ່ຍ 9,1% ການບໍລິການຂະຫຍາຍຕົວສະເລ່ຍ 4,8% ແລະ ພາສີອາກອນຂະຫຍາຍສະເລ່ຍ 5,2%.

    ສະຫາຍ ທອງລຸນ ສີສຸລິດ ສົມມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ວ່າ: ປັດໄຈທີ່ຊຸກຍູ້ການຂະຫຍາຍຕົວເສດຖະກິດສ່ວນໃຫຍ່ ມາຈາກຂະແໜງການອຸດສາຫະກໍາ ໂດຍສະເພາະໃນຂະແໜງພະລັງງານໄຟຟ້າ ແລະ ການກໍ່ສ້າງ ສໍາລັບຂະແໜງບໍລິການການຂາຍຍົກ-ຂາຍຍ່ອຍ ການເງິນ ແລະ ປະກັນໄພ ມີການຂະຫຍາຍຕົວດີ ແຕ່ການປະກອບສ່ວນຕໍ່ເສດຖະກິດບໍ່ສູງ.

    ສາເຫດຕົ້ນຕໍທີ່ອັດຕາການຂະຫຍາຍຕົວຂອງເສດຖະກິດຊ້າລົງ ແລະ ບໍ່ບັນລຸແຜນການວາງໄວ້ ຍ້ອນການຂະຫຍາຍຕົວຂອງຂະແໜງ ກະສິກໍາມີທ່າອ່ຽງຫຼຸດລົງ ແລະ ຖືກຜົນກະທົບຈາກໄພທໍາມະຊາດ  ຂະແຫນງບໍ່ແຮ່ ແລະ ການຂຸດຄົ້ນມີທ່າອ່ຽງຫຼຸດລົງຈົນຕິດລົບ ນັບແຕ່ໄລຍະປີ 2017-2019 ແລະ ການຂະຫຍາຍຕົວຂອງອຸດສາຫະກໍາປຸງແຕ່ງຍັງຊັກຊ້າ.

    ຂະນະດຽວກັນ ການຂະຫຍາຍຕົວຂອງຂະແຫນງບໍລິການກໍມີທ່າອຽງຫຼຸດລົງ ໂດຍສະເພາະແມ່ນການບໍລິການທີ່ພັກອາໄສ ແລະ ຮ້ານອາຫານທີ່ຕິດພັນກັບການທ່ອງທ່ຽວ ນອກຈາກນັ້ນ ການຂະຫຍາຍຕົວເສດຖະກິດແມ່ນຫຼຸດລົງຕາມກະແສລວມຂອງເສດຖະກິດພາກພື້ນ ແລະ ສາກົນທີ່ມີທ່າອ່ຽງຫຼຸດລົງ ໂດຍສະເພາະ ບັນດາປະເທດຄູ່ຄ້າທີ່ສໍາຄັນ ແລະ ສາເຫດຕໍ່ມາແມ່ນຜົນກະທົບຈາກໄພພິບັດທໍາມະຊາດ ນໍ້າຖ້ວມ ແລະ ການລະບາດພະຍາດໂຄວິດ-19.

    ປັດໄຈສໍາຄັນອີກອັນໜຶ່ງ ແມ່ນການຫັນມາອາໄສການຜະລິດ ແລະ ການສົ່ງອອກສິນຄ້ານອກຂະແໜງຊັບພະຍາກອນທໍາມະຊາດຫຼາຍຂຶ້ນ ໂດຍການຫຼຸດຜ່ອນການຂຸດຄົ້ນແຮ່ທາດ ແລະ ການສົ່ງອອກໄມ້ ຫັນມາສົ່ງເສີມການຜະລິດອຸດສາຫະກໍາປຸງແຕ່ງກະສິກໍາ ຊິ້ນສ່ວນເຄື່ອງເອເລັກໂຕຣນິກ ເຄື່ອງໄຟຟ້າ ແລະ ການບໍລິການທີ່ຕິດພັນກັບການທ່ອງທ່ຽວຫຼາຍຂຶ້ນ ຄຽງຄູ່ກັນນັ້ນ ລັດຖະບານໄດ້ເຂັ້ມງວດການປະຕິບັດລະບຽບກົດໝາຍ ເປັນຕົ້ນ: ເຂັ້ມງວດການສົ່ງອອກໄມ້ເຖື່ອນ ເຊິ່ງເຮັດໃຫ້ເສດຖະກິດຂອງລາວມີການຂະຫຍາຍຕົວຊ້າລົງ ເລັກນ້ອຍ ແຕ່ເປັນການເຕີບໂຕທີ່ມີຄຸນນະພາບຫຼາຍຂຶ້ນ ແລະ ເປັນການຫັນເຂົ້າສູ່ຖານການຜະລິດຈິງ ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ການເຕີບໂຕໃນຕໍ່ໜ້າ

    ຢ່າງໃດກໍຕາມ ພາຍໃຕ້ການຊີ້ນໍາຢ່າງໃກ້ຊິດຂອງລັດຖະບານ ບວກກັບຄວາມບຸກບືນສູງຂອງບັນດາຂະແໜງການ ອໍານາດການປົກຄອງທ້ອງຖິ່ນ ແລະ ຂອງປະຊາຊົນ ບວກກັບການສະໜັບສະໜູນຂອງບັນດາປະເທດເພື່ອນມິດຍຸດທະສາດ ແລະ ຄູ່ຮ່ວມພັດທະນາ ໄດ້ເຮັດໃຫ້ການພັດທະນາເສດຖະກິດ-ສັງຄົມ ເຖິງຈະປະເຊີນກັບຄວາມຫຍຸ້ງຍາກຕ່າງໆອັນໜັກ​ໜ່ວງກໍຕາມ ແຕ່ກໍຍັງສາມາດປະຄອງຕົວ ແລະ ຜ່ານບັນດາຄວາມຫຍຸ້ງຍາກໃນລະດັບດີສົມຄວນ ຮັບປະກັນການຜະລິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນ.

    ບັນດາໂຄງການລົງທຶນຂະໜາດໃຫຍ່ໃນຫຼາຍຂົງເຂດ ຍັງສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດ ເປັນຕົ້ນ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ວັງວຽງ ທີ່​ໄດ້​ເປີດ​ໃຫ້​ບໍ​ລິ​ການ​ໃນ​ທ້າຍ​ປີ​ຜ່ານ​ມາ ໂຄງການພະລັງງານ-ບໍ່ແຮ່ ໂຄງການພັດທະນາເຂດເສດຖະກິດພິເສດ ແລະ ໂຄງການພັດທະນາການທ່ອງທ່ຽວ.

    ຜົນສໍາເລັດອັນພົ້ນເດັ່ນ ແມ່ນພວກເຮົາສາມາດບັນລຸຄາດ​ໝາຍທີ່ສໍາຄັນ ໃນການນໍາພາປະເທດຊາດຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ສັງຄົມມີຄວາມສະຫງົບ ມີສະຖຽນລະພາບຢ່າງ​ໜັກ​ແໜ້ນ ແລະ ອັດຕາຄວາມທຸກຍາກມີທ່າອ່ຽງຫຼຸດລົງ.

                 # ຂ່າວ & ພາບ : ສຸລິໂຍ

error: Content is protected !!