Unitel ວາງວຽກຈຸດສຸມສືບຕໍ່ພັດທະນາເຄືອຂ່າຍ

    ບໍລິສັດສະຕາຣໂທລະຄົມ ຫຼື Unitel ໄດ້ສຸມໃສ່ພັດທະນາເຕັກນິກພື້ນຖານໂຄງລ່າງ ຂະຫຍາຍຕົວຢ່າງຕໍ່ເນື່ອງ ພ້ອມດຽວກັນນັ້ນ ກໍໄດ້ວາງວຽກງານຈຸດສຸມ ແນໃສ່ສືບຕໍ່ພັດທະນາລະບົບໃຫ້ທັນກັບຄວາມຕ້ອງການຂອງສັງຄົມ.

    ໃນໄລຍະຜ່ານມາ Unitel ໄດ້ສຸມໃສ່ພັດທະນາທຸລະກິດໃຫ້ສືບຕໍ່ຂະຫຍາຍຕົວ ສາມາດຂະຫຍາຍເຄືອຂ່າຍໄດ້ຫຼາຍກ່ວາ 8.000 ສູນ ສະຖານີຮັບ-ສົ່ງສັນຍານມືຖື ກວມເອົາ 93% ຂອງປະຊາກອນໃນທົ່ວປະເທດ ທຽບໃສ່ປີ 2014 ເພີ່ມຂຶ້ນ 2.824 ສະຖານີ ເທົ່າກັບ 35% ມີປ່ອງບໍລິການກວມເອົາ 100% ຂອງບັນດາເມືອງໃນທົ່ວປະເທດ.

    ຢ່າງໃດກໍຕາມ ໃນຊຸມປີຕໍ່ໜ້າ ບໍລິສັດພວກເຮົາຈະສຸມໃສ່ປະຕິບັດວຽກງານຈຸດສຸມ ດັ່ງນີ້:

    1. ສູ້ຊົນພັດທະນາຫັນປ່ຽນຈາກການໃຫ້ບໍລິການທາງດ້ານໂທລະຄົມມະນາຄົມ ແລະ ການ ສື່ສານພຽງດ້ານດຽວ ໃຫ້ກາຍເປັນບໍລິສັດທີ່ສະໜອງເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ດີຈີຕອນແບບຄົບວົງຈອນ ໃນອັນດັບແຖວໜ້າຢູ່ ສປປ ລາວ.

    2. ສືບຕໍ່ຍູ້ແຮງ ເລັ່ງພັດທະນາການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ກາຍເປັນບໍລິສັດທີ່ນໍາໜ້າໃນການສ້າງລະບົບອີເລັກໂຕຣນິກໃນໜ່ວຍງານຂອງລັດ ເປັນຄູ່ຮ່ວມພັດທະນາໃນການຫັນປ່ຽນສູ່ຍຸກອຸດສາຫະກໍາ 4.0 ຢູ່ຂົງເຂດຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນນີ້ ເລັ່ງປະຕິບັດແຜນການຫັນປ່ຽນລະບົບການບໍລິຫານວຽກງານ ການຄຸ້ມຄອງ ການບໍລິການໃນການນໍາໃຊ້ ເຕັກໂນໂລຊີສູ່ຍຸກດີຈີຕອນໃຫ້ເປັນຮູບປະທໍາໃນຂະແຫນງການຕ່າງໆທີ່ມີເງື່ອນໄຂ.

    3. ຍົກສູງຄຸນນະພາບການບໍລິການຜະລິດຕະພັນດ້ວຍຫຼາຍຮູບແບບ ສືບຕໍ່ຮັກສາອັນດັບ 1 ເຄືອຂ່າຍໂທລະຄົມໃນແຕ່ລະດ້ານ ຂະຫຍາຍເຂດປົກຄຸມສັນຍານມືຖືໃຫ້ໄດ້ຫຼາຍກ່ວາ 98% ຂອງປະຊາກອນໃນທົ່ວປະເທດ ລາຍຮັບລວມຍອດແຕ່ລະປີ ຕ້ອງຮັບປະກັນອັດຕາການເຕີບໂຕສະເລ່ຍເພີ່ມຂຶ້ນ 7,7%.

    4. ສືບຕໍ່ຂະຫຍາຍບໍລິການກະເປົາເງິນອີເລັກໂຕຣນິກ ລົງສູ່ປະຊາຊົນທົ່ວປະເທດ ເປົ້າໝາຍເຖິງປີ 2024 ຄາດຄະເນບັນລຸໃຫ້ໄດ້ລູກຄ້າ 1,7 ລ້ານຄົນ ທີ່ໃຊ້ບໍລິການ U-money.

    5. ສືບຕໍ່ສົມທົບກັບບັນດາກົມກອງເຂດຫ່າງໄກ ເຂດຈຸດສຸມ ເຂດຫຼໍ່ແຫຼມ ຂອງກະຊວງ ແລະ ທ້ອງຖິ່ນ ເພື່ອຂະຫຍາຍການຕິດຕັ້ງສູນສະຖານີຮັບ-ສົ່ງ ສັນຍານມືຖື ຮັບປະກັນສັນຍານມືຖືໃຫ້ໄດ້ນໍາໃຊ້ຢ່າງທົ່ວເຖິງ ແຕ່ຕົວເມືອງສູ່ຊົນນະບົດເຂດຫ່າງໄກ.

    6. ເພີ່ມທະວີວຽກງານ​ເຝິກອົບຮົມ ພັດທະນາ ແລະ ກໍ່ສ້າງບຸຄະລາກອນ ຮັບປະກັນຕອບສະໜອງກັບການຫັນປ່ຽນສູ່ຍຸກດີຈີຕອນ ປະຕິບັດການປ່ຽນແປງຮອບດ້ານໃນຂະແໜງການຕ່າງໆຂອງບໍລິສັດ ຫັນທຸກວຽກເຂົ້າສູ່ກົນໄກການບໍລິຫານແບບດີຈີຕອນ.

    ສຳລັບວິທີການຈັດຕັ້ງປະຕິບັດປະກອບມີ:

    1. ຫັນແຜນແມ່ບົດໃຫ້ເປັນບັນດາແຜນງານອັນລະອຽດແຕ່ລະໄລຍະ ຈັດຕັ້ງເຜີຍແຜ່ ມອບໝາຍບັນດາເປົ້າໝາຍສູ້ຊົນຄວາມຮັບຜິດຊອບໃຫ້ພະນັກງານແຕ່ລະຂັ້ນນໍາໄປສ້າງເປັນແຜນວຽກລະອຽດ ພ້ອມທັງເປັນເຈົ້າການນໍາພາຈັດຕັ້ງປະຕິບັດໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້

    2. ປະຕິບັດລະບອບຕິດຕາມ ກວດກາ ຕີລາຄາປະເມີນຜົນໃນການເຄື່ອນໄຫວວຽກງານຂອງບໍລິສັດ ແລະ ສະຫຼຸບຖອດຖອນບົດຮຽນເປັນແຕ່ລະໄລຍະ.

                 # ຂ່າວ & ພາບ : ສຸລິໂຍ

error: Content is protected !!