5 ປີ ວຽກງານປູກຝັງ-ລ້ຽງສັດ ໄດ້ຮັບການຂະຫຍາຍຕົວຕໍ່ເນື່ອງ

    ຕະຫຼອດໄລຍະ 5 ປີຜ່ານມາ ຂະແໜງກະສິກໍາໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ ໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ການລະບາດຂອງພະຍາດ ທີ່ສົ່ງຜົນໃຫ້ການຜະລີດເຂົ້າສະເລ່ຍ 3,7 ລ້ານໂຕຕໍ່ປີ ຂະນະທີ່ການລ້ຽງສັດມີທ່າອ່ຽງເພີ່ມຂຶ້ນ.

     ອີງຕາມການລາຍງານຂອງສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ ນາຍົກ ລັດຖະມົນຕີ ຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ຂະແໜງກະສິກໍາ ເປັນຕົ້ນແມ່ນການປູກຝັງ ເຫັນວ່າມີຂະບວນການຟົດຟື້ນພໍສົມຄວນ ແຕ່ຍ້ອນໄດ້ຮັບຜົນກະທົບຈາກໄພພິບັດທໍາມະຊາດ ແລະ ການລະບາດຂອງພະຍາດໂຄວິດ-19 ຈຶ່ງເຮັດໃຫ້ຜົນຜະລິດຂອງພືດບາງຊະນິດມີທ່າອ່ຽງຫຼຸດລົງ ເປັນຕົ້ນ: ການຜະລິດເຂົ້າ ລວມສະເລ່ຍ 5 ປີ ປະຕິບັດໄດ້ 3,7 ລ້ານໂຕນຕໍ່ປີ (ແຜນການແມ່ນ 4,35 ລ້ານໂຕນຕໍ່ປີ) ເຖິງແນວໃດກໍຕາມ ເຫັນວ່າການຜະລິດເຂົ້າຍັງສາມາດຮັບປະກັນການບໍລິໂພກພາຍໃນ ແລະ ຍັງມີສ່ວນແຮໄວ້-ສ່ວນເກີນເພື່ອຂາຍຕື່ມອີກ.

    ສ່ວນການລ້ຽງສັດ ຍັງເຫັນວ່າມີການຂະຫຍາຍຕົວດີ ໂດຍສະເພາະການລ້ຽງງົວແມ່ນເພີ່ມຂຶ້ນຈາກ 1,92 ລ້ານໂຕ ມາເປັນ 2,66 ລ້ານໂຕ ໃນປີ 2020 ແລະ ການລ້ຽງປາ ໄດ້ເພີ່ມຂຶ້ນຈາກ 106.000 ໂຕ ໃນປີ 2016 ມາເປັນ 122.000 ໂຕ ໃນປີ 2019 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 130.000 ໂຕ ໃນປີ 2020.

                 # ຂ່າວ & ພາບ :  ສຸລິໂຍ

error: Content is protected !!