ວັນທີ 13 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ສະຫາຍ ບຸນໂຈມ ອຸບົນປະເສີດ ເລຂາຄະນະບໍລິຫານງານພັກ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າອະນຸກຳມະການງົບປະມານຮັບໃຊ້ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໄດ້ຕາງໜ້າຮັບເງິນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ.

ການປະກອບສ່ວນຊຸກຍູ້ກອງປະຊຸມຄັ້ງນີ້ ປະກອບມີ ອົງຄະນະພັກແຂວງຫຼວງນໍ້າທາ ຈໍານວນ 20 ລ້ານກີບ ຕາງໜ້າມອບຂອງສະຫາຍ ຄໍາໄຫຼ ສີປະເສີດ ເລຂາພັກແຂວງ ເຈົ້າແຂວງຫຼວງນໍ້າທາ ອົງຄະນະພັກແຂວງໄຊຍະບູລີ ຈໍານວນ 20 ລ້ານກີບ ຕາງໜ້າມອບຂອງສະຫາຍ ສົມຈິດ ຈັນທະວົງ ຮອງເຈົ້າແຂວງໄຊຍະບູລີ ແລະ ອົງຄະນະພັກແຂວງບໍ່ແກ້ວ ຈໍານວນ 20 ລ້ານກີບ ຕາງໜ້າມອບຂອງສະຫາຍ ບົວຄົງ ນາມມະວົງ ເລຂາພັກແຂວງ ເຈົ້າແຂວງບໍ່ແກ້ວ.