ປກຊ-ປກສ ວາງກຳລັງແໜ້ນໜາ ຮັບປະກັນຄວາມປອດໄພໄລຍະດຳເນີນກອງປະຊຸມ

    ສະຫາຍ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຮອງຫົວໜ້າກົມໃຫຍ່ຕຳຫຼວດ ຫົວໜ້າອະນຸກຳມະການປ້ອງກັນຄວາມສະຫງົບ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ສໍາພາດວັນທີ​ 13 ມັງກອນວ່າ: ໂດຍໄດ້ຮັບການມອບໝາຍຈາກກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດ ໃຫ້ເຂົ້າມາຊີ້ນໍາບັນຈຸກໍາລັງປ້ອງກັນຄວາມສະຫງົບໃນວາລະການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວແຕ່ວັນທີ 13-15 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ທາງກໍາລັງ ປກຊ-ປກສ ຂອງພວກເຮົາ ໄດ້ວາງກຳລັງແໜ້ນໜາ ເພື່ອຮັບປະກັນໃຫ້ແກ່ການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ ໄດ້ເອົາໃຈໃສ່ກວດກາທຸກຈຸດເຂົ້າອອກ ແລະ ມີການກວດກາຢ່າງເຂັ້ມງວດ ໂດຍວາງກຳລັງທັງໝົດເກືອບ 700 ສະຫາຍ ທັງຮອບນອກ ແລະ ຮອບໃນ ໃນນີ້ ມີກໍາລັງປ້ອງກັນຄວາມສະຫງົບປະກອບມີ 400 ​ກວ່າສະຫາຍ ແລະ ກໍາລັງປ້ອງກັນປະເທດ 200 ກວ່າສະຫາຍ ໂດຍໄດ້ຈັດວາງກໍາລັງເປັນ 3 ຊັ້ນຄື:ຊັ້ນທີ 1 ປະກອບມີກໍາລັງປ້ອງກັນສູນກາງ ແລະ ກໍາລັງສັນຕິບານ ເຮັດໜ້າທີ່ຮັກສາຄວາມປອດໄພຫ້ອງປະຊຸມ ບໍລິເວນຫ້ອງຮັບຮອງ ບໍລິເວນຫ້ອງຮັບແຂກ ແລະ ບໍລິເວນຫ້ອງອາຫານຫວ່າງ 50 ກວ່າສະຫາຍ ພ້ອມນັ້ນ ມີກໍາລັງເອັກສະເລກວດຄົນ ອຸປະກອນຕ່າງໆທີ່ຜ່ານປະຕູເຂົ້າຫ້ອງຊຸມ ຊັ້ນທີ 2 ມີກໍາລັງ ແລະ ພາກສ່ວນກ່ຽວຂ້ອງຈໍານວນໜຶ່ງທີ່ຮັກສາຄວາມສະຫງົບຢູ່ພາຍໃນກອງປະຊຸມ ແລະ ຊັ້ນທີ 3 ມີກໍາລັງປ້ອງກັນທີ່ຕັ້ງ ແລະ ກ້ອນກໍາລັງເຄື່ອນທີ່ 100 ກວ່າສະຫາຍ ເຮັດໜ້າທີ່ເອັກສະເລກວດລົດ ພ້ອມລາດຕະເວນກວດກາຄວາມເປັນລະບຽບຮຽບຮ້ອຍພາຍນອກຫໍປະຊຸມແຫ່ງຊາດ ນອກນັ້ນ ມີກໍາລັງວິຊາສະເພາະອື່ນໆເຮັດໜ້າທີ່ກວດກາຊອກຫາທາດລະເບີດຢູ່ໃນອ້ອມຂ້າງ-ອ້ອມນອກກອງປະຊຸມ ນອກນີ້ ຍັງມີກໍາລັງຕ້ານອັກຄີໄພ ເພື່ອຮອງຮັບເມື່ອມີສະພາບອັກຄີໄພເກີດຂຶ້ນ ແລະ ການແກ້ໄຂກໍລະນີເຫດການຕ່າງໆເກີດຂຶ້ນ ເປັນຕົ້ນ ອັກຄີໄພ ໂດຍມີກໍາລັງແຮທັງໃນ-ນອກ ເພື່ອຕ້ານອັກຄີໄພ ທັງໝົດນີ້ ເພື່ອຮັບປະກັນໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມມີຄວາມປອດໄພ.

    ໂອກາດນີ້ ສະຫາຍ ພົນຈັດຕະວາ ທອງສະຫວັນ ວົງສະຫວັດ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ ກໍຄືບັນດາອະນຸກຳມະການ ແລະ ພະນັກງານທີ່ໄດ້ຕາງໜ້າຮັບໃຊ້ໃນກອງປະຊຸມຄັ້ງນີ້ ຈົ່ງຮ່ວມມືກັນ ແລະ ຊ່ວຍເປັນຫູເປັນຕາໃນການຮັກສາຄວາມສະຫງົບປອດໄພ ຄວາມເປັນລະບຽບຮຽບຮ້ອຍ ເພື່ອເຮັດໃຫ້ກອງປະຊຸມດຳເນີນໄປດ້ວຍບັນຍາກາດທີ່ດີ ຮັບປະກັນຄວາມສະຫງົບປອດໄພ ໄດ້ຮ້ອຍສ່ວນຮ້ອຍ ແລະ ບັນລຸໄດ້ຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

                    # ຂ່າວ & ພາບ : ຂັນທະວີ

error: Content is protected !!