ສູນການແພດຮູບແບບໃໝ່ ໃຊ້ເຕັກໂນໂລຊີທັນສະໄໝ ດູແລຄົນເຈັບຄົບວົງຈອນ

ການ​ປ່ຽນ­ແປງ​ດ້ານ​ເຕັກ​ໂນ​ໂລ​ຊີ ແລະ ສັງ­ຄົມ ເຮັດ​ໃຫ້​ປັດ­ຈຸ­ບັນ​ການ​ເຂົ້າ​ເຖິງ​ສະ­ຖານ­ທີ່​ບໍ­ລິ­ການ​ດ້ານ​ສຸ­ຂະ­ພາບ​ແສນ​ຫຍຸ້ງ­ຍາກ ໃນ​ຮູບ​ແບບ​ເດີມໆ​ປ່ຽນ​ໄປ ເມື່ອ​ຫຼ້າ​ສຸດ ສະ­ຫະ­ລັດ​ອາ​ເມ​ຣິ​ກາ ພັດ­ທະ­ນາ​ສະ­ຖານ​ພະ­ຍາ­ບານ​ຮູບ​ແບບ​ໃໝ່ ທີ່​ເປັນ​ສູນ​ລວມ​ຂອງ​ເຕັກ​ໂນ​ໂລ​ຊີ ແລະ ການ​ແພດ​ມາ​ບັນ­ຈົບ​ກັນ ແລະ ກຳ­ລັງ​ໄດ້​ຮັບ​ຄວາມ​ນິ­ຍົມ ຢ່າງ​ສູງ​ຕາມ​ເຂດ​ເມືອງ​ຕ່າງໆ​ໃນ​ສະ­ຫະ­ລັດ.

ທ່ານ ເນດ ຟາ​ວິ​ນີ (Nate Favini) ຫົວ­ໜ້າ​ຝ່າຍ​ການ​ແພດ ທີ່  Forward ກ່າວ​ວ່າ ເມື່ອ​ຜູ້​ໃຊ້​ບໍ­ລິ­ການ​ທຸກ​ຄົນ​ມາ​ເຖິງ​ສະ­ຖານ​ພະ­ຍາ­ບານ​ແຫ່ງ​ນີ້ ຈະ​ຕ້ອງ​ລົງ­ທະ­ບຽນ ໂດຍ​ໃຊ້ iPad ເຊິ່ງ​ສາ­ມາດ​ເຮັດ​ໄດ້​ງ່າຍໆ ພຽງ​ແຕ່​ເລືອກ​ຕົວ​ອັກ­ສອນ​ຊື່​ຫຍໍ້​ຂອງ​ຕົນ​ເທິງ​ໜ້າ​ຈໍ​ເທົ່າ​ນັ້ນ.

ນອກ­ຈາກ​ສິ່ງ​ຕ່າງໆ​ທີ່​ທັນ​ສະ­ໄໝ ເຊັ່ນ: ການ​ລົງ­ທະ­ບຽນ ແລະ ການ​ນັດ​ກວດ​ສຸ­ຂະ­ພາບ​ຜ່ານ​ແອັບ​ພລິ​ເຄ​ຊັນ​ແລ້ວ ຍັງ​ມີ​ການ​ແບ່ງ­ປັນ​ຂໍ້​ມູນ​ຈາກ​ອຸ­ປະ­ກອນ​ສວມ​ໃສ່​ທີ່​ກວດ​ວັດ​ອັດ­ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ ແລະ ຮູບ​ແບບ​ການ​ນອນ​ຫຼັບ ສົ່ງ​ໂດຍ​ກົງ​ໄປ​ໃຫ້​ແພດ​ທີ່​ນີ້​ອີກ​ດ້ວຍ.

ຫຼັງ​ຈາກ​ທີ່​ຄົນ​ເຈັບ​ລົງ​ຊື່​ເມື່ອ​ມາ​ເຖິງ​ແລ້ວ ຈາກ​ນັ້ນ ກໍ​ຈະ​ຕ້ອງ​ເຂົ້າ​ຮັບ​ການ​ສະ​ແກນ​ຕັ້ງ­ແຕ່​ຫົວ​ຈົນ​ເຖິງ​ປາຍ​ຕີນ​ແບບ​ສະ­ໄໝ​ໃໝ່ ໂດຍ​ບໍ່​ມີ​ອັນ​ໃດ​ມາ​ປັກ​ແທງ​ຕາມ​ຮ່າງ­ກາຍ​ເໝືອນ​ແຕ່​ກ່ອນ ໂດຍ​ທີ່​ເຈົ້າ​ໜ້າ­ທີ່​ຂອງ Forward ຈະ​ນັ່ງ​ງຽບໆ​ຢູ່​ທີ່​ໂຕະ​ໃນ​ບໍ­ລິ­ເວນ​ໃກ້​ຄຽງ ໃນ​ກໍ­ລະ­ນີ​ທີ່​ຄົນ​ເຈັບ​ຕ້ອງ­ການ​ຄວາມ​ຊ່ວຍ­ເຫຼືອ​ເທົ່າ​ນັ້ນ.

ທ່ານ ເນດ ຟາ​ວິ​ນີ ກ່າວ​ວ່າ ເຄື່ອງ​ສະ​ແກນ​ຮ່າງ­ກາຍ​ດັ່ງ­ກ່າວ ເປັນ​ອຸ­ປະ­ກອນ​ທີ່​ໜ້າ​ງຶດ​ຫຼາຍ ໂດຍ​ສະ­ຖານ​ພະ­ຍາ­ບານ Forward ໄດ້​ສ້າງ​ອຸ­ປະ­ກອນ​ນີ້​ຂຶ້ນ​ມາ ໂດຍ​ໃຊ້​ເຊັນ​ເຊີ​ຈຳ­ນວນ​ໜຶ່ງ​ລວມ​ໄວ້​ໃນ​ອຸ­ປະ­ກອນ​ຊິ້ນ​ດຽວ ເພື່ອ​ທີ່​ຈະ​ສາ­ມາດ​ໃຫ້​ຂໍ້​ມູນ​ທີ່​ເປັນ​ປະ­ໂຫຍດ​ກ່ຽວ​ກັບ​ສຸ­ຂະ­ພາບ​ຂອງ​ຜູ້​ໃຊ້​ບໍ­ລິ­ການ​ໄດ້.

ອຸ­ປະ­ກອນ​ດັ່ງ­ກ່າວ ມີ​ກ້ອງ​ຄວາມ​ລະ­ອຽດ​ສູງ​ທັງ 24 ຕົວ​ນີ້ ເຮັດ​ໜ້າ­ທີ່​ສະ​ແກນ​ໄປ​ຕາມ​ຮ່າງ­ກາຍ ເພື່ອ​ໃຫ້​ເຊັນ​ເຊີ​ສາ­ມາດ​ກວດ​ວັດ​ສ່ວນ​ສູງ ນ້ຳ­ໜັກ ອັດ­ຕາ​ສ່ວນ​ຮອບ​ກົ້ນ​ຕໍ່​ຮອບ​ແອວ ລະ­ດັບ​ອົກ​ຊິ​ແຊນ​ໃນ​ເລືອດ ແລະ ອັດ­ຕາ​ການ​ເຕັ້ນ​ຂອງ​ຫົວ­ໃຈ ຂໍ້​ມູນ​ທັງ​ໝົດ​ນີ້ ຈະ​ຖືກ​ຮວບ​ຮວມ​ເອົາ​ໄວ້​ໃນ​ບ່ອນ​ດຽວ ໂດຍ​ທີ່​ຜູ້​ໃຊ້​ບໍ­ລິ­ການ​ບໍ່​ຈຳ­ເປັນ​ຕ້ອງ​ມີ​ປະ­ຕິ​ສຳ­ພັນ​ກັບ​ຄົນ​ອື່ນໆ​ເລີຍ.

ຫົວ­ໜ້າ​ຝ່າຍ​ການ​ແພດ​ທີ່ Forward ກ່າວ​ຕໍ່​ໄປ​ອີ​ກວ່າ ຫຼັງ​ຈາກ​ທີ່​ສະ​ແກນ​ຮ່າງ­ກາຍ​ແລ້ວ ຄົນ​ເຈັບ​ກໍ​ສາ­ມາດ​ເຂົ້າ​ໄປ​ຍັງ​ຫ້ອງ​ກວດ​ໄດ້​ເລີຍ​ໂດຍ​ທີ່​ບໍ່​ຕ້ອງ​ລໍ­ຖ້າ ນອກ­ຈາກ​ນີ້ ບົດ​ສົນ­ທະ­ນາ​ທີ່​ສຳ­ຄັນໆ​ລະ­ຫວ່າງ​ຄົນ​ເຈັບ​ກັບ​ທ່ານ­ໝໍ ຈະ​ຖືກ​ສະ­ແດງ​ຢູ່​ເທິງ​ໜ້າ​ຈໍ​ສຳ­ຜັດ​ຂະ­ໜາດ​ໃຫຍ່​ໂດຍ​ອັດ­ຕະ­ໂນ­ມັດ​ດ້ວຍ.

ຄົນ​ເຈັບ ຫຼື ຜູ້​ໃຊ້​ບໍ­ລິ­ການ ຈະ​ຕ້ອງ​ຈ່າຍ​ຄ່າ​ບໍ­ລິ­ການ​ເດືອນ​ລະ 149 ໂດ​ລາ​ສະ­ຫະ­ລັດ​ສຳ­ລັບ​ຄ່າ​ບໍ­ລິ­ການ​ທຸກ​ຢ່າງ ບໍ່​ວ່າ​ຈະ​ເປັນ​ການ​ພົບ​ແພດ​ໄດ້​ບໍ່​ຈຳ­ກັດ​ຈຳ­ນວນ​ຄັ້ງ ການ​ໃຊ້​ບໍ­ລິ­ການ Telemedicine ຜ່ານ​ແອັບ​ພລິ​ເຄ​ຊັນ ເຊິ່ງ​ຊ່ວຍ​ໃຫ້​ສາ­ມາດ​ຕິດ­ຕໍ່​ຜູ້​ໃຫ້​ບໍ­ລິ­ການ​ໄດ້​ຕະ­ຫຼອດ 24 ຊົ່ວ­ໂມງ ລວມ​ເຖິງ​ປົກ​ຄຸມ​ຄ່າ​ຢາ​ບາງ​ຊະ­ນິດ​ດ້ວຍ.

ການ​ເຂົ້າ​ຮັບ​ການ​ກວດ​ຄັ້ງ​ທຳ​ອິດ ຫຼື ທີ່​ເອີ້ນ​ວ່າ ການ​ກວດ​ຂັ້ນ​ພື້ນ­ຖານ ຈະ​ມີ​ການ​ກວດ​ເລືອດ​ທີ່​ໄດ້­ຜົນ​ກວດ​ພາຍ​ໃນ​ເວ­ລາ​ປະ­ມານ 20 ນາ­ທີ ແລະ ຍັງ​ມີ​ການ​ກວດ​ຄວາມ​ຜິດ​ປົກ­ກະ­ຕິ​ທາງ​ພັນ­ທຸ​ກຳ ເຊິ່ງ​ເປັນ​ການ​ໃຊ້​ຫຼັກ​ຖານ​ທາງ​ວິ­ທະ­ຍາ­ສາດ​ສະ­ໄໝ​ໃໝ່ ເພື່ອ​ຊີ້​ວ່າ​ທ່ານ​ມີ​ຄວາມ​ສ່ຽງ​ທີ່​ຈະ​ເປັນ​ພະ­ຍາດ​ໃດ​ແດ່​ໃນ​ອະ­ນາ­ຄົດ​ດ້ວຍ.

error: Content is protected !!