ສູນວິໄຈມະເຮັງນານາຊາດ (International Agency for Research on Cancer ຫຼື IARC) ໄດ້ສະຫຼຸບວ່າ ການເຮັດວຽກກະກາງຄືນ ອາດກໍ່ມະເຮັງໃນມະນຸດໄດ້ (Probably carcinogenic to humans).
ມີຫຼັກຖານຈຳກັດ (limited evidence) ໃນມະນຸດວ່າ ການເຮັດວຽກກະເດິກ ເຮັດໃຫ້ເກີດມະເຮັງ ໂດຍມີຄວາມກ່ຽວເນື່ອງ ລະຫວ່າງການຢູ່ເຮັດວຽກກະເດິກ ແລະ ມະເຮັງຂອງເຕົ້ານົມ ຕ່ອມລູກໝາກ ລຳໄສ້ໃຫຍ່ ແລະ ລຳໄສ້ຊື່ ມີຫຼັກຖານ ພຽງພໍໃນສັດທົດລອງສຳລັບການເກີດມະເຮັງ ເມື່ອມີການປ່ຽນສະຫຼັບກັນ ລະຫວ່າງແສງສະ ຫວ່າງ ແລະ ຄວາມມືດ ແລະ ມີຫຼັກຖານກົນໄກ ທີ່ສຳຄັນໃນການທົດລອງ ໂດຍມີຄວາມກ່ຽວຂ້ອງກັບການກົດພູມຕ້ານທານ ການອັກເສບຊຳເຮື້ອ ແລະ ການແບ່ງຕົວຂອງແຊນ.
ອາຊີບທີ່ມີວຽກກະເດິກ ໄດ້ແກ່ ຄົນງານໂຮງງານອຸດສາຫະກຳ ການແພດ ບໍລິການ ພະນັກງານຮັກສາຄວາມປອດໄພ ແລະ ການຂົນສົ່ງ ລວມໄປເຖິງການເຮັດວຽກໃນເຮືອບິນທີ່ມີການຂ້າມເສັ້ນ ເມີຣິດຽນ.
ການເຮັດວຽກກະເດິກ ມີຜົນຕໍ່ໂມງຊີວິດ (circadian system) ຢ່າງໃດ ?
ເນື່ອງຈາກການເຮັດວຽກກະ ຈະສຳຜັດກັບ ກາງເວັນ ກາງຄືນ ເປັນເວລາ ແລະ ລົບກວນຈັງຫວະເວລາຊີວິດ ຜົນທີ່ສຳຄັນທີ່ສຸດຄືການທຳລາຍໂມງຊີວິດຂອງໜ້າທີ່ປົກກະຕິຂອງຮ່າງກາຍ ເຊິ່ງບໍ່ເປັນທີ່ຊາບວ່າຈະຕ້ອງຂະໜາດໃດຈຶ່ງຈະເຮັດໃຫ້ເກີດມະເຮັງ.
ຄະນະເຮັດວຽກ ໄດ້ລະບຸວ່າການເຮັດວຽກກະເດິກ ມີຫຼັກຖານຈຳກັດ ວ່າເຮັດໃຫ້ເກີດມະເຮັງ ຊະນິດຕ່າງໆໃນມະນຸດ ແຕ່ບໍ່ໄດ້ປະມານລະດັບ ຄວາມສ່ຽງໃນການສຳຜັດວ່າ ຕ້ອງຂະໜາດເທົ່າໃດຈຶ່ງຈະເຮັດໃຫ້ເປັນມະເຮັງ.
ຢ່າງໃດກໍຕາມ ສູນວິໄຈມະເຮັງນານາຊາດບໍ່ໄດ້ໃຫ້ຂໍ້ສະເໜີແນະວ່າ ຄົນເຮັດວຽກທີ່ສຳຜັດກັບການເຮັດວຽກກະເດິກ ຈະຫຼຸດການເຮັດວຽກເປັນເທົ່າໃດຈຶ່ງຈະຫຼຸດຄວາມສ່ຽງທີ່ຈະເປັນມະ ເຮັງ ຖ້າຕ້ອງເຮັດວຽກກະເດິກ ຄວນປຶກສາແພດ.
ເຖິງແມ່ນວ່າຕອນນີ້ ການເຮັດວຽກກະເດິກ ມີຫຼັກຖານຈຳກັດ ແລະ ຈັດໃຫ້ເປັນ class 2 A ຄືອາດກໍ່ມະເຮັງໄດ້ ແຕ່ຖ້າໃນອະນາຄົດ ມີການສຶກສາທີ່ສາມາດລຶບຂໍ້ຈຳກັດລົງໄດ້ ກໍອາດຈະກາຍເປັນ class 1 ຄື ເປັນສານກໍ່ມະເຮັງໃນມະນຸດໄດ້.
ຖ້າຈຳເປັນຕ້ອງເຮັດວຽກກະເດິກ ຄວນເຮັດ ຢ່າງໃດ ?
ໃນຫຼາຍໆອາຊີບ ຕ້ອງມີການເຮັດວຽກເປັນກະ ແລະ ອາດຕ້ອງເຮັດກະຕອນກາງຄືນ ສິ່ງທີ່ເຮັດໄດ້ຄືຕ້ອງຫຼີກລ່ຽງການເຮັດວຽກກະເດິກ ເປັນໄລຍະເວລາຫຼາຍປີ ແລະ ຕ້ອງຄວນຫຼຸດ ຫຼື ເຊົາການເຮັດວຽກກະເດິກຕິດຕໍ່ກັນຫຼາຍວັນໃນໜຶ່ງອາທິດ ຫຼຸດການລົບກວນໂມງຊີວິດ ເຊັ່ນ: ການກິນອາຫານແລງເດິກເກີນໄປ ເພາະມີສ່ວນກ່ຽວຂ້ອງກັບການເກີດພະຍາດມະເຮັງ ແລະ ມະເຮັງຕ່ອມລູກໝາກ ແລະ ໃນການເຮັດວຽກກະເດິກ ນອກຈາກກ່ຽວຂ້ອງກັບການປ່ຽນແປງຂອງການຜະລິດ ເມລາໂຕນິນ ແລ້ວຍັງລົບກວນຮໍໂມນອື່ນໆ ເຊັ່ນ: ເທສທອສເຕີໂຣນ (ຮໍໂມນເພດຊາຍ) ດ້ວຍ.
ຊາວບ້ານ – ນຳສະເໜີ