ເພື່ອສິດທິ ແລະ ອະນາຄົດຂອງໄວໜຸ່ມ

ພາຍ​ໃຕ້​ຊື່​ບົດ​ປະ­ຈຳ​ວັນ​ນີ້ ພວກ​ເຮົາ​ພາ­ກັນ​ໄປ​ເບິ່ງ​ບົດ­ຮຽນ​ຂອງ ສປ ຈີນ ເພື່ອ​ຄຸ້ມ​ຄອງ​ໄວ​ໜຸ່ມ ແລະ ເດັກ​ຈາກ​ປາ­ກົດ­ການ​ຫຍໍ້­ທໍ້​ທີ່​ມາ​ກັບ​ສື່​ສັງ­ຄົມ​ອອນ​ລາຍ ແລ້ວ​ມາ​ປິດ​ທ້າຍ​ກັບ​ເລື່ອງ​ທາງ​ການ​ຫວຽດ­ນາມ ອອກ​ມາດ​ຕະ­ການ​ຫ້າມ​ຈຳ­ໜ່າຍ​ເບຍ​ໃຫ້​ເດັກ​ອາ­ຍຸ​ຕ່ຳ​ກວ່າ 18 ປີ.

ທີ່ ສປ ຈີນ: ສະ­ຖິ­ຕິ​ພົນ­ລະ­ເມືອງ​ຈີນ​ຊີ້​ອອກ​ວ່າ ປະ­ຊາ­ກອນ​ໜຸ່ມ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ໃນ ສປ ຈີນ ນັ້ນ​ມີ​ສູງ​ເຖິງ 175 ລ້ານ​ຄົນ ແລະ ຄົນ​ໃນ​ໄວ​ນີ້​ທີ່​ນຳ​ໃຊ້​ອິນ​ເຕີ​ເນັດ​ນັ້ນ​ມີ​ຈຳ­ນວນ 169 ລ້ານ​ຄົນ ດັ່ງ­ນັ້ນ ຈຶ່ງ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ທາງ​ການ​ຈີນ​ຕ້ອງ​ມີ​ກົດ­ໝາຍ​ຄຸ້ມ​ຄອງ​ຄົນ​ໄວ​ນີ້​ຈາກ​ສື່​ສັງ­ຄົມ​ອອນ​ລາຍ ຂ່າວ​ໃນ​ເດືອນ​ຕຸ­ລາ 2020 ໃຫ້​ຮູ້​ວ່າ ສະ­ພາ​ປະ­ຊາ­ຊົນ​ແຫ່ງ​ຊາດ​ຈີນ ໄດ້​ຮັບ­ຮອງ​ເອົາ​ກົດ­ໝາຍ​ສະ­ບັບ​ປັບ­ປຸງ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ​ໄວ​ໜຸ່ມ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ໃນ​ການ​ໃຊ້​ສື່​ສັງ­ຄົມ​ອອນ​ລາຍ ຊຶ່ງ​ຈະ​ມີ​ຜົນ​ບັງ­ຄັບ​ໃຊ້​ຕົວ​ຈິງ ນັບ​ແຕ່​ວັນ​ທີ 1 ມິ­ຖຸ­ນາ 2021 ເປັນ­ຕົ້ນ​ໄປ ກົດ­ໝາຍ​ສະ­ບັບ​ນີ້​ໄດ້​ກຳ­ນົດ​ຫ້າມ​ຜູ້​ໃຫ້​ບໍ­ລິ­ການ ແລະ ເຈົ້າ​ຂອງ​ຜະ­ລິດ​ຕະ​ພັນ​ສື່​ອອນ​ລາຍ​ນຳ​ສະ­ເໜີ​ຜະ­ລິດ​ຕະ​ພັນ​ທີ່​ມີ​ເນື້ອ​ໃນ​ເບື່ອ​ເມົາ​ເດັກ ຜູ້​ໃຫ້­ການ​ບໍ​ລິ ການ​ຜະ­ລິດ​ຕະ​ພັນ​ປະ­ເພດ​ເກມ ຮູບ​ພາບ​ວີ​ດີ​ໂອ-ສຽງ ສື່​ສັງ­ຄົມ​ອອນ​ລາຍ​ຈະ​ຕ້ອງ​ກຳ­ນົດ​ເວ­ລາ ແລະ ຄ່າ​ໃຊ້​ຈ່າຍ​ໃນ​ການ​ຫຼິ້ນ (ເກມ) ຫຼື ການ​ໃຊ້​ບໍ­ລິ­ການ​ສຳ­ລັບ​ໄວ​ໜຸ່ມ​ຕ້ອງ​ມີ​ມາດ​ຕະ­ການ​ສະ­ກັດ​ກັ້ນ​ເນື້ອ​ໃນ​ທີ່​ມີ​ລັກ ສະ​ນະ​ຢອກ​ລໍ້​ສຽດ​ສີ ປ້ອຍ​ດ່າ​ໃນ​ສື່​ສັງ­ຄົມ​ອອນ​ລາຍ​ທີ່​ພາ­ໃຫ້​ເດັກ​ມີ​ຄວາມ​ກົດ​ດັນ ຫຼື ເຄັ່ງ​ຄຽດ​ທາງ​ອາ­ລົມ ພໍ່​ແມ່ ຫຼື ຜູ້​ປົກ­ຄອງ​ເດັກ​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ເນື້ອ​ໃນ​ດັ່ງ­ກ່າວ ມີ​ສິດ​ແຈ້ງ ແລະ ທວງ​ໃຫ້​ຜູ້​ບໍ­ລິ­ການ​ລຶບ ຫຼື ປິດ​ຂໍ້​ມູນ​ດັ່ງ­ກ່າວ​ເພື່ອ​ບໍ່​ໃຫ້​ເດັກ​ເຂົ້າ​ເບິ່ງ​ໄດ້ ນອກ­ຈາກ​ກົດ­ໝາຍ​ຄຸ້ມ​ຄອງ​ໄວ​ໜຸ່ມ​ຈາກ​ສື່​ສັງ­ຄົມ​ອອນ​ລາຍ​ແລ້ວ ທາງ​ການ​ຈີນ​ຍັງ​ໄດ້​ປັບ­ປຸງ​ກົດ­ໝາຍ​ຕ້ານ​ການ​ລ່ວງ​ລະ­ເມີດ​ສິດ ແລະ ການ​ທາ­ລຸນ​ເດັກ​ໂດຍ​ໄດ້​ກຳ­ນົດ​ໃຫ້​ໂຮງ­ຮຽນ​ນັບ​ແຕ່​ຂັ້ນ​ອະ­ນຸ­ບານ​ຂຶ້ນ​ໄປ ຕ້ອງ​ໄດ້​ລາຍ​ງານ​ຂໍ້​ມູນ​ກ່ຽວ​ກັບ​ການ​ລ່ວງ​ລະ­ເມີດ ສິດ ແລະ ການ ທາ­ລຸນ​ເດັກ​ໃຫ້​ໜ່ວຍ​ງານ​ດ້ານ​ຄວາມ​ປອດ​ໄພ ສາ­ທາ­ລະ­ນະ ແລະ ອົງ­ການ ການ​ສຶກ​ສາ​ໂດຍ​ທັນ­ທີ.

ທີ່ ສສ ຫວຽດ­ນາມ: ມີ​ຂ່າວ​ຈາກ​ຫວຽດ­ນາມ ໃນ​ທ້າຍ​ເດືອນ​ກັນ­ຍາ 2020 ວ່າ: ລັດ­ຖະ­ບານ​ຫວຽດ ນາມ ໄດ້​ເຄັ່ງ​ມາດ​ຕະ­ການ​ດ້ວຍ​ການ​ສັ່ງ​ຫ້າມ​ຈຳ­ໜ່າຍ​ເບຍ​ໃຫ້​ໄວ​ໜຸ່ມ​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ຄຳ​ສັ່ງ​ນີ້​ເລີ່ມ​ມີ​ຜົນ​ສັກ­ສິດ​ນັບ​ແຕ່​ວັນ​ທີ 15 ເດືອນ​ຕຸ­ລາ 2020 ເປັນ­ຕົ້ນ​ມາ ໃນ​ເມື່ອ​ກ່ອນ​ທາງ​ການ​ຫວຽດ­ນາມ ກໍ​ເຄີຍ​ອອກ​ບົດ​ລົງ­ໂທດ​ຜູ້​ທີ່​ຈຳ­ໜ່າຍ​ເຄື່ອງ​ດື່ມ​ທີ່​ມີ​ທາດ​ເຫຼົ້າ​ໃຫ້​ເດັກ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ແຕ່​ໄດ້​ມີ​ຂໍ້​ຍົກ­ເວັ້ນ​ສຳ­ລັບ​ເຄື່ອງ​ດື່ມ​ປະ­ເພດ​ເບຍ ຊຶ່ງ​ປະ­ຕິ­ບັດ​ກັນ​ມາ​ແຕ່​ປີ 2013 ພາຍ​ໃຕ້​ຄຳ​ສັ່ງ​ໃໝ່​ນີ້​ແມ່ນ​ເດັດ­ຂາດ ຫ້າມ​ຈຳ­ໜ່າຍ​ເບຍ​ໃຫ້​ຜູ້​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ຖ້າ​ໃຜ​ລະ­ເມີດ​ຈະ​ຖືກ​ປັບ​ໃໝ​ເປັນ​ເງິນ​ແຕ່ 5 ແສນ-1 ລ້ານ​ດົງ (ປະ­ມານ 2-4 ແສນ​ກີບ) ຄຳ​ສັ່ງ​ໄດ້​ກຳ­ນົດ​ໃຫ້​ບັນ­ດາ​ຮ້ານ​ຄ້າ ກໍ​ຄື ບ່ອນ​ຈຳ­ໜ່າຍ​ເບຍ​ໃນ​ທົ່ວ​ປະ­ເທດ ຕ້ອງ​ຕິດ​ຂໍ້­ຄວາມ​ແຈ້ງ​ເຕືອນ​ຫ້າມ​ຈຳ­ໜ່າຍ​ເບຍ​ໃຫ້​ຜູ້​ທີ່​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ເຈົ້າ​ຂອງ​ບ່ອນ​ຂາຍ​ເບຍ​ມີ­ໜ້າ​ທີ່​ຮັບ ຜິດ​ຊອບ​ກວດ­ກາ​ອາ­ຍຸ​ຂອງ​ລູກ​ຄ້າ ໃນ​ກໍ­ລະ­ນີ​ທີ່​ມີ​ຄວາມ​ສົງ­ໄສ​ວ່າ​ລູກ​ຄ້າ​ອາດ​ມີ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ໃນ​ປີ 2020 ຫວຽດ­ນາມ ໄດ້​ປະ­ກາດ​ໃຊ້​ກົດ­ໝາຍ​ວ່າ​ດ້ວຍ​ການ​ຫຼຸດ­ຜ່ອນ​ຜົນ​ກະ­ທົບ ທີ່​ເປັນ​ອັນ­ຕະ­ລາຍ​ຈາກ​ທາດ​ເຫຼົ້າ ແລະ ຄຳ​ສັ່ງ​ຫ້າມ​ຈຳ­ໜ່າຍ​ເບຍ​ໃຫ້​ໄວ​ໜຸ່ມ​ອາ­ຍຸ​ຕ່ຳ​ກວ່າ 18 ປີ ນີ້​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ການ​ປະ­ຕິ­ບັດ​ກົດ­ໝາຍ​ດັ່ງ­ກ່າວ ໃຫ້​ມີ​ຜົນ​ສັກ­ສິດ.

error: Content is protected !!