
ພິທີປະດັບຫຼຽນ ແລະ ມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນພັດທະນາໂຄງການເຂື່ອນໄຟຟ້ານ້ຳງື່ມ 2 ຈັດຂຶ້ນວັນທີ 5 ມີນາ 2020 ຢູ່ຫໍປະຊຸມແຫ່ງຊາດ ເຊິ່ງປະດັບຫຼຽນ ແລະ ມອບໃບຍ້ອງຍໍໂດຍທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ມີທ່ານ ຄຳເມິງ ພົງທະດີ ລັດຖະມົນຕີ ຫົວໜ້າຫ້ອງວ່າການປະທານປະເທດ ທ່ານ ຄຳຜຸຍ ຈີຣາຣະຣື່ນສັກ ທີ່ປຶກສາຄະນະກຳມະການ ບໍລິສັດ ໄຟຟ້ານ້ຳງື່ມ 2 ຈຳກັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ກົມກອງ ແລະ ບຸກຄົນທີ່ໄດ້ຮັບຫຼຽນ ແລະ ມອບໃບຍ້ອງຍໍຄັ້ງນີ້ ປະກອບມີ ຫຼຽນໄຊແຮງງານຊັ້ນ II ມີ 7 ທ່ານ 3 ກົມກອງ ຫຼຽນໄຊແຮງງານຊັ້ນ III 25 ທ່ານ 4 ກົມກອງ ຫຼຽນກາແຮງງານ 68 ທ່ານ 1 ກົມກອງ ໃບຍ້ອງຍໍລັດຖະບານ 40 ທ່ານ 1 ກົມກອງ ໃບຍ້ອງຍໍຂັ້ນກະຊວງ ພບ 8 ທ່ານ.
ທ່ານ ຄຳມະນີ ອິນທິລາດ ກ່າວວ່າ: ໂຄງການເຂື່ອນໄຟຟ້ານ້ຳງື່ມ 2 ເລີ່ມກໍ່ສ້າງປີ 2005 ສຳເລັດທ້າຍປີ 2012 ຜະລິດໄຟຟ້າເປັນທາງການປີ 2013 ໂຄງການຕັ້ງຢູ່ເຂດຊົນນະບົດຂອງເມືອງຮົ່ມ ແຂວງໄຊສົມບູນ ມີກຳລັງຕິດຕັ້ງ 615 MW ມູນຄ່າການກໍ່ສ້າງສູງ 790 ລ້ານໂດລາສະຫະລັດ ຫຼື ປະມານ 7.019 ຕື້ກີບ ດຳເນີນງານຮູບແບບການຮ່ວມມືລະຫວ່າງລັດ ແລະ ເອກະຊົນ ຜ່ານມາໂຄງການນີ້ໄດ້ຮັບການສະໜັບສະໜູນ ແລະ ເອົາໃຈໃສ່ຈາກລັດຖະບານລາວ ບັນດາສະຖາບັນການເງິນ ແລະ ນັກລົງທຶນຈາກຕ່າງປະເທດເປັນຢ່າງດີ ຜົນສຳເລັດດັ່ງກ່າວ ເປັນການເພີ່ມທະວີການຈຳໜ່າຍກະແສໄຟຟ້າຂຶ້ນສູ່ລະດັບໃໝ່ ໂດຍສະເພາະການຈຳໜ່າຍກະແສໄຟຟ້າໃຫ້ປະເທດໄທ ນອກນີ້ ໂຄງການດັ່ງກ່າວ ຍັງເປັນຕົວແບບທີ່ດີໃນການປະສົມປະສານ ການພັດທະນາໂຄງການພະລັງງານໄຟຟ້າກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ສະແດງອອກຢ່າງຈະແຈ້ງ ມີການຍົກຍ້າຍປະຊາຊົນທີ່ຖືກຜົນກະທົບ 16 ບ້ານ 1.122 ຄອບຄົວ 6.278 ຄົນ ໄປຢູ່ເຂດທົ່ງພຽງທີ່ອຸດົມສົມບູນຂອງເມືອງເຟືອງ ແຂວງວຽງຈັນ ເຊິ່ງສອດຄ່ອງກັບແນວທາງຂອງຂັ້ນເທິງ ໃນການໂຮມບ້ານນ້ອຍເປັນບ້ານໃຫຍ່ ພາຍຫຼັງມີໂຄງການໄດ້ມີຫຼາຍດ້ານທີ່ມີການປ່ຽນແປງ ແລະ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂຶ້ນກວ່າເກົ່າ.
ເພື່ອເປັນການເສີມຂະຫຍາຍບົດຮຽນ ຜົນງານ ແລະ ທ່າແຮງຂອງໂຄງການເຂື່ອນໄຟຟ້ານ້ຳງື່ມ 2 ໃຫ້ເປັນຜູ້ຜະລິດໄຟຟ້າທີ່ໜ້າເຊື່ອຖື ເປັນຜູ້ເຮັດບົດບາດສຳຄັນໃນການພັດທະນາຕະຫຼາດພະລັງງານ ແລະ ການເຊື່ອມໂຍງດ້ານພະລັງງານກັບບັນດາປະເທດເພື່ອນມິດ ສະເໜີໃຫ້ໂຄງການສືບຕໍ່ປັບປຸງຍົກສູງຄຸນນະພາບການດຳເນີນງານຂອງຕົນໃຫ້ສູງຂຶ້ນ ເພື່ອເຮັດໃຫ້ໂຄງການສືບຕໍ່ກາຍເປັນຕົວແບບ ໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າຢູ່ລາວ.