ເຊົ້າມື້ນີ້ (13 ມັງກອນ 2021) ທີ່ຫໍປະຊຸມແຫ່ງຊາດ ອົງຄະນະພັກນະຄອນຄອນຫຼວງວຽງຈັນ ມອບເງິນ 150 ລ້ານກີບ ປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ຕາງໜ້າໃຫ້ອົງຄະນະພັກນະຄອນຫຼວງວຽງຈັນ ມອບເງິນຊຸກຍູ້ໃນຄັ້ງນີ້ແມ່ນ ສະຫາຍ ປອ ອາດສະພັງທອງ ສີພັນດອນ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະ ຮັບໂດຍສະຫາຍ ບຸນໂຈມ ອຸບົນປະເສີດ ເລຂາຄະນະພັກ ຮອງລັດຖະມົນຕີກະຊວງການເງິນ ຫົວໜ້າອະນຸກຳມະການງົບປະມານ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

# ວຽງຈັນທຸລະກິດ–ສັງຄົມ