ເບຍຍອດນິຍົມຂອງລາວນໍາໃຊ້ມາດຕະຖານສາກົນໃນການລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ

    ນັບຕັ້ງແຕ່ ປີ 1973 ເປັນຕົ້ນມາ ເບຍລາວໄດ້ເຕີບໃຫຍ່ຢ່າງເຂັ້ມແຂງຈົນກາຍເປັນເບຍທີ່ຄອງອັນດັບໜຶ່ງຢູ່ ສປປ ລາວ ມາຮອດປັດຈຸບັນ ບໍ່ສະເພາະແຕ່ຜົນສໍາເລັດດັ່ງກ່າວນີ້ ບໍລິສັດ ເບຍລາວ ຈໍາກັດ ຍັງໄດ້ຍົກສູງມາດຕະຖານຂຶ້ນຕື່ມ ໂດຍການນໍາໃຊ້ຂໍ້ມູນດ້ານໂພຊະນາການທີ່ໄດ້ມາດຕະຖານສາກົນໃນສະຫຼາກຂອງເບຍລາວ.

    ເມື່ອບໍ່ດົນມານີ້ ທາງບໍລິສັດ ເບຍລາວ ຈຳກັດ ໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດດ້ານອາຫານ ແລະ ເຄື່ອງດື່ມ ຢູ່ນະຄອນຫຼວງລອນດອນ ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນ ທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS).

    ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄ່ອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຄຸນຄ່າໂພຊະນາການເຊັ່ນ: ພະລັງງານ ໄຂມັນ ທາດແປ້ງ ນໍ້າຕານ ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ວັນທີ 15 ທັນວາ 2020 ເປັນຕົ້ນມາ.

    ທ່ານ ເຮັນຣິກ ແອນເດີເຊັນ ອໍານວຍການ ບໍລິສັດ ເບຍລາວ ຈໍາກັດ ໄດ້ກ່າວວ່າ:  “ ເນື່ອງຈາກເບຍລາວ ມີຄວາມຜູກພັນຢ່າງໃກ້ຊິດ ກັບວັດທະນາທໍາລາວ ແລະ ຄົນລາວ ພວກເຮົາຈຶ່ງຕ້ອງຮັກສາມາດຕະຖານການເປັນບໍລິສັດນໍາໜ້າດ້ານເຄື່ອງດື່ມໃນ ສປປ ລາວ ໂດຍການສືບຕໍ່ຍົກສູງມາດຕະຖານອຸດສາຫະກໍາ ເພື່ອໃຫ້ມີຄວາມໂປ່ງໃສທັງດ້ານໂພຊະນາການ ແລະ ຂໍ້ມູນຂ່າວສານ.

    ການເລີ່ມຕົ້ນບາດກ່າວທີ່ມີຄວາມໝາຍນີ້ ພວກເຮົາຫວັງຢ່າງຍິ່ງວ່າຈະສາມາດສ້າງການຂັບເຄື່ອນໃໝ່ໃນວົງການຜູ້ຜະລິດເຄື່ອງດື່ມໃນລາວ ເພື່ອເປັນການຊ່ວຍໃຫ້ຜູ້ບໍລິໂພກສາມາດເລືອກສິ່ງທີ່ດີທີ່ສຸດເພື່ອຄວາມຕ້ອງການທາງໂພຊະນາການຂອງຕົນເອງ ກັບຂໍ້ມູນໂພຊະນາການໃໝ່ນີ້.

    Suitable for balanced lifestyles

    ການມີຄວາມສົມດຸນ ວິຖີຊີວິດ ທີ່ຍືນຍົງ

    ຜົນຂອງການວິໄຈຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າ ຄຸນຄ່າທາງໂພຊະນາການຕໍ່ 100ມລ ຂອງເບຍລາວ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເບຍລາວ Dark ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ White ໃຫ້ພະລັງງານພຽງແຕ່ 41 ກິໂລແຄລໍລີ ເບຍລາວ Gold ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ ແລະ ທີ່ສຳຄັນ ທຸກເບຍທີ່ກ່າວມານີ້ ແມ່ນບໍ່ມີທາດນໍ້າຕານ.

    “ມັນເປັນເລື່ອງດີ ທີ່ທຸກຄົນຢາກມີສຸຂະພາບແຂງແຮງ ບາງເທື່ອ ຄວາມເຂົ້າໃຈແບບຜິດໆ ກໍສາມາດເຮັດໃຫ້ຜູ້ບໍລິໂພກຫຼີກລ່ຽງການບໍລິໂພກອາຫານ ແລະ ເຄື່ອງດື່ມທີ່ຕົນມັກກິນ ຫຼື ດື່ມເປັນປະຈໍາໂດຍບໍ່ຈໍາເປັນ. ພວກເຮົາມີຄວາມຍິນດີ ທີ່ຜົນຈາກຫ້ອງວິໄຈນີ້ສາມາດຢັ້ງຢືນໄດ້ວ່າ ເບຍລາວບໍ່ມີທາດນໍ້າຕານ ເຊິ່ງຂັດແຍ່ງກັບຄວາມເຊື່ອແບບຜິດໆຂອງຫຼາຍຄົນ ເບຍລາວ ແລະ ການນໍາໃຊ້ເຂົ້າຈາກປະເທດລາວ ເປັນສ່ວນປະສົມໃນການຜະລິດ ທີ່ເຮັດໃຫ້ເບຍລາວກາຍເປັນເບຍທີ່ດີທີ່ສຸດໃນລາວ ແລະ ໄດ້ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ ທີ່ເຫັນໄດ້ຈາກການໄດ້ຮັບຫຼາຍລາງວັນຈາກທັງໃນ ແລະ ຕ່າງປະເທດໃນຊຸມປີຜ່ານມາ ເຊິ່ງຖືໄດ້ວ່າເປັນຄວາມພາກພູມໃຈ ແລະ ເປັນເອກະລັກຂອງປະເທດລາວ. ພວກເຮົາດີໃຈທີ່ຜົນວິໄຈນີ້ໄດ້ສະແດງໃຫ້ເຫັນວ່າ ເບຍລາວກໍ່ມີຄວາມເໝາະສົມສໍາຫຼັບທຸກຄົນ ແລະ ຜູ້ທີ່ໃສ່ໃຈສຸຂະພາບເຊັ່ນກັນ” ທ່ານ ແອນເດີເຊັນ ໄດ້ກ່າວເພີ່ມຕື່ມ.

    ມຸມມອງໃໝ່

    ຂໍ້ມູນໂພຊະນາການໃໝ່ ເຮັດໃຫ້ເກີດການຕອບຮັບທາງບວກຈາກຜູ້ດື່ມເບຍຈໍານວນຫຼາຍ ລວມມີີທ່ານ ໄຊສົງຄາມ ວໍລະຈິດ

    “ມັນເປັນສິ່ງທີ່ດີຫຼາຍ ທີ່ໄດ້ເຫັນເບຍລາວອອກສະຫຼາກໃໝ່ ທີ່ມີຂໍ້ມູນດ້ານໂພຊະນາການ ຂໍ້ມູນທີ່ຈະແຈ້ງນີ້ ຈະຊ່ວຍໃຫ້ຜູ້ບໍລິໂພກມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມ ກັບສິ່ງທີ່ເຂົາກໍາລັງຈະດື່ມ. ສໍາລັບຂ້ອຍແລ້ວ ເບຍລາວຖືເປັນເບຍທີ່ຂາດບໍ່ໄດ້ໃນງານສັງສັນຕ່າງໆ ແຕ່ຂ້ອຍກໍມີຄວາມກັງວົນໃນປະລິມານທີ່ຂ້ອຍດື່ມ ເນື່ອງຈາກຂ່າວລືກ່ຽວກັບການມີສ່ວນປະສົມຂອງທາດນໍ້າຕານທີ່ພາໃຫ້ຕຸ້ຍ ຫຼື ກໍ່ໃຫ້ເກີດພະຍາດ ເຊັ່ນ ໂລກເບົາຫວານ. ຂ້ອຍດີໃຈ ທີ່ໄດ້ຮູ້ວ່າ ໃນຄວາມເປັນຈິງແລ້ວ ເບຍລາວບໍ່ມີນໍ້າຕານ ກໍຄືກັບເຄື່ອງດື່ມອື່ນໆ ຂ້ອຍຈະດື່ມໃນປະລິມານທີ່ເໝາະສົມ ເພື່ອຮັກສາສຸຂະພາບ ແລະ ຄວາມສົມດຸນຂອງຊີວິດ.”

    ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ສປປ ລາວ ກ່າວວ່າ: “ມັນເປັນສິ່ງທີ່ດີ ທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ນໍາສະເໜີຂໍ້ມູນໂພຊະນາການຢ່າງຈະແຈ້ງຢູ່ໃນສະຫຼາກ ທີ່ສອດຄ່ອງກັບລະບຽບກົດໝາຍດ້ານສະຫຼາກຂອງອາຫານ ແລະ ເຄື່ອງດື່ມ ແລະ ໄດ້ຜ່ານການຮັບຮອງຄວາມຖືກຕ້ອງໂດຍກົມອາຫານແລະຢາ ກະຊວງສາທາລະນະສຸກ ເລກທີ 9286/ກອຢ ນະຄອນຫຼວງວຽງຈັນ ວັນທີ 04 NOV 2020 ນີ້ ສະແດງໃຫ້ເຫັນບາດກ້າວໃໝ່ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍທຸລະກິດໄດ້ນຳໄປສຶກສາ ແລະ ປະຕິບັດເພື່ອຍົກລະດັບຜະລິດຕະພັນລາວໃຫ້ໄດ້ມາດຕະຖານສາກົນ. ຂ້າພະເຈົ້າຢາກຮຽກຮ້ອງໃຫ້ຄົນລາວຈົ່ງຮຽນຮູ້ກ່ຽວກັບເນື້ອຫາທາງດ້ານໂພຊະນາການ ແລະ ພະລັງງານໃນສະຫຼາກ ເພື່ອໃຫ້ພວກເຮົາສາມາດພິຈາລະນາບໍລິໂພກໃນປະລິ ມານທີ່ເໝາະສົມ ແລະ ໄດ້ຮັບຄຸນປະໂຫຍດຢ່າງເຕັມທີ່.

    ແນ່ນອນ ການສຶກສາທາງດ້ານວິທະຍາສາດ ໄດ້ສະແດງໃຫ້ເຫັນການດື່ມເບຍໃນປະລິມານທີ່ເໝາະສົມ ກໍມີຜົນດີຫຼາຍຢ່າງທາງດ້ານສຸຂະພາບ ເນື່ອງຈາກວ່າໃນເບຍ ເຕັມໄປດ້ວຍສານອາຫານທີ່ມີຄຸນປະໂຫຍດເຊັ່ນ: ສານຕໍ່ຕ້ານອະນຸມູນອິດສະຫຼະ ໂປຣຕີນ ວິຕາ ມິນ ບີ ທາດເຫຼັກ ແຄລຊຽມ ແລະ ຟົດສເຟດ ແລະ ຍັງມີສານ ຟລາວານອຍ ຊານໂທຮູໂມລ ທີ່ສາມາດຊ່ວຍໃຫ້ຄວາມຈໍາດີຂຶ້ນ ເມື່ອປຽບທຽບໃສ່ເຄື່ອງດື່ມທາດເຫຼົ້າປະເພດອື່ນໆ.

    An integral part of life

    ສ່ວນປະກອບທີ່ຈໍາເປັນເພື່ອຄວາມສົມບູນຂອງຊີວິດ

    ເບຍລາວ ໄດ້ກາຍເປັນສ່ວນໜຶ່ງຂອງວິຖີຊີວິດ ວັດທະນະທໍາ ແລະ ປະເພນີຂອງຄົນລາວມາຫຼາຍກ່ວາ 47 ປີ ເຊິ່ງໄດ້ເຕົ້າໂຮມຄົນລາວເຂົ້າກັນ ເຊື່ອມໂຍງຄວາມສຳພັນໃຫ້ສະໝານສາມັກຄີເຊິ່ງກັນ ແລະ ກັນ. ເບຍລາວ ໄດ້ກາຍເປັນອົງປະກອບຂອງທຸກເທສະການ ງານສັງສັນຕ່າງໆ ລວມທັງບັນຍາກາດສະເຫຼີມສະຫຼອງທີ່ມີຄວາມໝາຍຄວາມສຳຄັນ ທີ່ເຮົາແບ່ງປັນກັບຄອບຄົວ ແລະ ໝູ່ເພື່ອນ. ຣົດຊາດທີ່ສົດຊື່ນດື່ມງ່າຍ ພ້ອມເອກະລັກທີ່ໂດດເດັ່ນຂອງເບຍລາວ ສາມາດເຂົ້າກັນໄດ້ດີກັບອາຫານລາວທຸກໆປະເພດ ເປັນຕົ້ນແມ່ນກັບປີ້ງຊີ້ນ ອາຫານຣົດເຜັດ ຫຼື ເບຍລາວ Dark ກັບປະເພດຊີ້ນ ແລະ ສະເຕັກ. ​

ມາຮ່ວມກັນເອົາໃຈໃສ່ສຸຂະພາບ ກັບວິຖີຊີວິດທີ່ສົມດຸນ!

error: Content is protected !!