ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນໂຄງການພັດທະນາພັກລຸ່ມຕະຝັ່ງກັນເຈື່ອນແມ່ນໍ້າຂອງ

    ວັນທີ 12 ມັງກອນ 2021 ທີ່ພະແນກແຜນການ ແລະ ການລົງທຶນ ນະຄອນຼວງວຽງຈັນ (ນວ) ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ສຶກສາສໍາຫຼວດຄວາມເປັນໄປໄດ້ ໃນການລົງທຶນໂຄງການພັດທະນາພັກລຸ່ມຕະຝັ່ງກັນເຈື່ອນແມ່ນໍ້າຂອງ ແຕ່ສະຖານີດູດນໍ້າຊົນລະປະທານເກົ້າລ້ຽວ 2 ບ້ານດ່ານຄໍາ ຫາ ໂຮງງານຜະລິດນໍ້າປະປາບ້ານສີບຸນເຮືອງທ່າ ເມືອງສີໂຄດຕະບອງ ນວ ທີ່ມີຄວາມຍາວ 2,71 ກິໂລແມັດ ລະຫວ່າງອົງການປົກຄອງ ນວ ຕາງໜ້າໂດຍພະແນກແຜນການ ແລະ ການລົງທຶນ ນວ ແລະ ບໍລິສັດ ແກ້ວຈະເລີນກໍ່ສ້າງ ສ້ອມແປງ ຊົນລະປະທານ ຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ໂດຍການລົງນາມຂອງທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນວ ທ່ານ ຄໍາເກິ່ງ ວົງສາ ອໍານວຍການບໍລິສັດ ແກ້ວຈະເລີນກໍ່ສ້າງ ສ້ອມແປງ ຊົນລະປະທານ ຂົວທາງ ແລະ ເຄຫາສະຖານ ຈໍາກັດຜູ້ດຽວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

                 # ຂ່າວ & ພາບ : ຂັນທະວີ

error: Content is protected !!