ນວ ຈະຫຼຸດຜ່ອນປະລິມານຂີ້ເຫຍື້ອທີ່ຈະຖືກຖິ້ມຢູ່ສະໜາມ ແລະ ການຖິ້ມຊະຊາຍ

    ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ໄດ້ຮັບການສະໜັບສະໜູນຈາກອົງການຮ່ວມມືສາກົນເກົາຫຼີ (KOICA) ແລະ ສະຖາບັນການເຕີບໂຕສີຂຽວສາກົນ (GGGI) ໂດຍໄດ້ລິເລີ່ມຈັດຕັ້ງປະຕິບັດໂຄງການທະນາຄານຂີ້ເຫຍື້ອຂຶ້ນຄັ້ງທຳອິດໃນນະຄອນຫຼວງວຽງຈັນ ຢູ່ 10 ໂຮງຮຽນຂອງເມືອງສີໂຄດຕະບອງ ໂດຍເລີ່ມໂຄງການມາແຕ່ເດືອນມິຖຸນາ 2020 ຕະຫຼອດໄລຍະ 6 ເດືອນຜ່ານມາ ສາມາດລີໄຊເຄິລຂີ້ເຫຍື້ອໄດ້ເຖິງ 10 ໂຕນ ນັບວ່າເປັນຕົວເລກທີ່ສູງສົມຄວນ.

    ດັ່ງນັ້ນ ເພື່ອເປັນການປູກຈິດສຳນຶກຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນຂີ້ເຫຍື້ອຢູ່ສະໜາມ ໃນວັນທີ 12 ມັງກອນ 2021 ຢູ່ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ (ຄບຕ) ໄດ້ມີພິທີມອບ-ຮັບຖັງເກັບມ້ຽນຂີ້ເຫຍື້ອແບບລີໄຊເຄິລ ພາຍໃຕ້ການສະໜັບສະໜູນຂອງສະຖາບັນການເຕີບໂຕສີຂຽວສາກົນ ຈຳນວນ 8 ຖັງ ລວມມູນຄ່າ 16 ລ້ານກີບ ມອບໃຫ້ແກ່ 4 ເມືອງໃນ (ເມືອງສີໂຄດຕະບອງ ຈັນທະບູລີ ສີສັດຕະນາກ ແລະ ເມືອງໄຊເສດຖາ) ກ່າວມອບໂດຍທ່ານ Christophe Assicot ຮອງຫົວໜ້າສະຖາບັນເຕີບໂຕສີຂຽວປະຈຳລາວ ແລະ ກ່າວຮັບຂອງທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການ ຄບຕ ມີຕາງໜ້າຈາກຫ້ອງວ່າການ 4 ເມືອງໃນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

                    # ຂ່າວ & ພາບ : ຊິລິການດາ

error: Content is protected !!