ຊາວກະສິກອນເມືອງປາກງື່ມຂຸ້ນຂ້ຽວປັກດຳນາແຊງໄດ້ 76% ຄາດວ່າຕົ້ນເດືອນກຸມພາຈະສຳເລັດ

    ປັດຈຸບັນ ຊາວກະສິກອນເມືອງປາກງື່ມ ກໍຄືຊາວກະສິກອນທົ່ວນະຄອນຫຼວງວຽງຈັນ (ນວ) ໄດ້ຂຸ້ນຂ້ຽວສຸມໃສ່ການຜະລິດລະດູແລ້ງ ສົກປີ 2020- 2021 ຢ່າງເປັນຂະບວນຟົດຟື້ນ ເພື່ອໃຫ້ທ່ວງທັນຕາມລະດູການ ໂດຍສະເພາະ ການປັກດຳເຂົ້ານາແຊງ ແລະ ການປູກພືດຜັກຕາມລະດູການ ເພື່ອຮັບປະກັນໃຫ້ການຜະລິດເປັນສະບຽງອາຫານ ພຽງພໍກັບຄວາມຕ້້ອງການພາຍໃນເມືອງ ແລະ ເຫຼືອຂາຍເປັນສິນຄ້າຮັບໃຊ້ການບໍລິໂພກໃນ ນວ ໃນນັ້ນ ຊາວກະສິກອນໃນທົ່ວເມືອງປາກງື່ມ ໄດ້ຂຸ້ນຂ້ຽວປັກດຳນາແຊງ ຄາດວ່າຕົ້ນເດືອນກຸມພາຈະໃຫ້ສຳເລັດການປັກດຳ.

    ອີງຕາມການລາຍງານຂອງຫ້ອງການກະສິກຳ ແລະ ປ່າໄມ້ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ໃຫ້ຮູ້ໃນວັນທີ 11 ມັງກອນ 2021 ນີ້ວ່າ: ປັດຈຸບັນ ຊາວກະສິກອນເມືອງປາກງື່ມໄດ້ຂຸ້ນຂ້ຽວປັກດຳນາແຊງຢ່າງເປັນຂະບວນຟົດຟື້ນ ຕາມແຜນການສູ້ຊົນ ການຜະລິດເຂົ້ານາແຊງ ສົກປີ 2020-2021 ເນື້ອທີ່ 2.019 ເຮັກຕາ ນຳໃຊ້ແນວພັນ 161,52 ໂຕນ ສະມັດຕະພາບການຜະລິດ 4,87 ໂຕນຕໍ່ເຮັກຕາ ໃນນີ້ ມີນາດຳ 760 ເຮັກຕາ ນາຫວ່ານ 1.029 ເຮັກຕາ (ເຂົ້າຈ້າວ 200 ເຮັກຕາ) ນາຢອດ 210 ເຮັກຕາ ນາໂຍນ 20 ເຮັກຕາ ຜ່ານການຈັດຕັ້ງປະຕິບັດມາຮອດປັດຈຸບັນ ໄດ້ສຳເລັດການຕົກກ້າ 100% ເຊິ່ງຊາວກະສິກອນໄດ້ເລີ່ມປັກດຳເຂົ້ານາແຊງມາແຕ່ເດືອນທັນວາປີ 2020 ມາຮອດປັດຈຸບັນ ປັກດຳນາໄດ້ 284,37 ເຮັກຕາ (ປັກດຳດ້ວຍກົນຈັກ 20 ເຮັກຕາ) ນາໂຍນ 17 ເຮັກຕາ ນາຫວ່ານ 1.085,50 ເຮັກຕາ ນາຢອດ 153,50 ເຮັກຕາ ລວມເນື້ອທີ່ທີ່ສຳເລັດທີ່ປະຕິບັດໄດ້ 1.540,37 ເຮັກຕາ ເທົ່າກັບ 76,29% ຂອງເນື້ອທີ່ແຜນການ ຄາດວ່າຈະສືບຕໍ່ປັກດຳໃຫ້ສຳເລັດໃຫ້ຕົ້ນເດືອນກຸມພານີ້.

    ສຳລັບເນື້ອທີ່ປູກພືດຜັກລະດູແລ້ງ ສົກປີ 2020-2021 ເນື້ອທີ່ແຜນການ 480 ເຮັກຕາ ມາຮອດປັດຈຸບັນປະຕິບັດໄດ້ 226 ເຮັກຕາ ທຽບໃສ່ແຜນກາ ນເທົ່າກັບ 47,08% ໃນນີ້ ຜັກກິນໃບ 74 ເຮັກຕາ ຜັກກິນໝາກ 88 ເຮັກຕາ ຜັກກິນຫົວ 41 ເຮັກຕາ ຜັກກິນດອກ 11 ເຮັກຕາ ສາລີຫວານ 12 ເຮັກຕາ ປູກເຫັດ 46.000 ກ້ອນ ພືດອຸດສາຫະກຳເນື້ອທີ່ແຜນການ 530 ເຮັກຕາ ປະຕິບັດໄດ້ 91 ເຮັກຕາ ເທົ່າກັບ 17,16% ສ່ວນການຜະລິດກະສິກຳອິນຊີ ມີກຸ່ມຜະລິດກະສິກຳອິນຊີບ້ານທ່າຊ້າງ 1 ກຸ່ມ ມີສະມາຊິກ 111 ຄອບຄົວ ເນື້ອທີ່ການຜະລິດທັງໝົດ 137 ເຮັກຕາ.

                   # ຂ່າວ & ພາບ : ເພັດສະໝອນ

error: Content is protected !!