ສ້າງຄວາມເຂົ້າໃຈໃຫ້ພະນັກງານຫຼັກແຫຼ່ງທົ່ວ ນວ ກ່ຽວກັບກະກຽມໃຫ້ແກ່ການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

    ກອງປະຊຸມເຝິກອົບຮົມໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວນະຄອນຫຼວງວຽງຈັນ (ນວ) ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II (ສສຂ) ຈັດຂຶ້ນວັນທີ 12 ມັງກອນ 2021 ທີ່ຫ້ອງວ່າການ ນວ ໂດຍການເປັນປະທານຂອງທ່ານ ຖະໜອມ ທໍາທອງ ຄະນະປະຈໍາ ປະທານແນວລາວສ້າງຊາດ ນວ ທັງເປັນຫົວໜ້າອະນຸກໍາມະການໂຄສະນາປຸກລະດົມຂະບວນການຍ້ອງຍໍ ມີບັນດາທ່ານຮອງປະທານສະພາປະຊາຊົນ ນວ ຄະນະກໍາມະການ ອະນຸກໍາມະການຊ່ວຍວຽກຂັ້ນ ນວ ປະທານ-ຮອງປະທານຄະນະກໍາມະການ ເລຂາທິການສະພາປະຊາຊົນ ນວ ຫົວໜ້າພະແນກ-ຮອງຫົວໜ້າພະແນກ ອົງການທຽບເທົ່າ ນວ ແລະ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ພ້ອມດ້ວຍພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ. 

    ທ່ານ ຖະໜອມ ທໍາທອງ ກ່າວວ່າ: ຈຸດປະສົງ ແລະ ຄາດຫມາຍຂອງການເຝິກອົບຮົມໃນຄັ້ງນີ້ ເພື່ອເຮັດໃຫ້ການກະກຽມການເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ເປັນບັ້ນສຶກສາອົບຮົມການເມືອງ-ແນວຄິດ ຂະບວນການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃຫ້ປາກົດຜົນເປັນຈິງ ເຊື່ອມຊຶມ ແລະ ກໍາແໜ້ນແນວທາງຂອງພັກ ໃນການສ້າງລັດປະຊາຊົນ ໂດຍປະຊາຊົນ ແລະ ເພື່ອຜົນປະໂຫຍດຂອງປະຊາຊົນ ຕິດພັນກັບການເພີ່ມທະວີຄວາມສັກສິດໃນການຄຸ້ມຄອງລັດ ຄຸ້ມຄອງສັງຄົມຕາມກົດໝາຍ ເພື່ອເສີມຂະຫຍາຍ ແລະ ປະຕິບັດສິດປະຊາທິປະໄຕຂອງພົນລະເມືອງຢ່າງຖືກຕ້ອງຕາມທີ່ໄດ້ກໍາໝົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ສິດໃນການເລືອກຕັ້ງ ຮັບສະໝັກເລືອກຕັ້ງ ພັນທະຂອງພົນລະເມືອງ ຜູ້ມີສິດເລືອກຕັ້ງ ອອກແຮງຕອບຕ້ານທຸກຖ້ອຍທໍານອງໂຄສະນາບິດເບືອນ ແບ່ງແຍກໃສ່ຮ້າຍປ້າຍສີ ແລະ ຍຸຍົງສົ່ງເສີມປະຊາທິປະໄຕແບບເສລີ ຫຼາຍມັກຫຼາຍເຄົ້າ ຕີຖອຍບັນດາປະກົດການແນວຄິດເອກະຊົນ ແນວຄິດອິດສະຫຼະເສລີແບບທຶນນິຍົມ ຢູ່ໃນຖັນແຖວພະນັກງານລັດຖະກອນ ກໍຄືປະຊາຊົນລາວບັນດາເຜົ່າ ເຊິ່ງຈະເປັນຊ່ອງຫວ່າງໃຫ້ສັດຕູ ແລະ ພວກຄົນບໍ່ດີສວຍໃຊ້ ເພື່ອມ້າງເພທໍາລາຍການເລືອກຕັ້ງຄັ້ງນີ້ ຕັ້ງໜ້າແກ້ໄຂປາກົດການຫຍໍ້ທໍ້ ເອົາໃຈໃສ່ເຊີດຊູສະຕິໃນການເຄົາລົບ ປະຕິບັດກົດໝາຍໃນທົ່ວສັງຄົມ ແລະ ໃນກົງຈັກລັດຂອງພວກເຮົາ ເພື່ອເປັນການຍົກລະດັບຄວາມຮັບຮູ້ ແລະ ຄວາມເປັນເອກະພາບຂອງຄະນະກໍາມະການເລືອກຕັ້ງຂັ້ນ ນວ ແລະ ເມືອງ ພ້ອມທັງນໍາໄປຈັດຕັ້ງປະຕິບັດໃນຂັ້ນຂອງຕົນ ເພື່ອເຮັດໃຫ້ການເລືອກຕັ້ງຄັ້ງນີ້ ກາຍເປັນປາງບຸນໃຫຍ່ ດໍາເນີນໄປດ້ວຍບັນຍາກາດເບີກບານມ່ວນຊື່ນ ມີປະຊາທິປະໄຕຖືກຕ້ອງຕາມກົດໝາຍ ປະຢັດ ແລະ ປະຕິບັດໃຫ້ໄດ້ 3 ຄາດໝາຍໃຫຍ່ຄື: ຜູ້ມີສິດປ່ອນບັດຕື່ນຕົວສະໝັກໃຈ ໄປໃຊ້ສິດເລືອກຕັ້ງໃຫ້ໄດ້ຮ້ອຍສ່ວນຮ້ອຍ ຮັບປະກັນບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ ແຕ່ລະໜ່ວຍປ່ອນບັດ ແລະ ເຂດເລືອກຕັ້ງຕ້ອງຮັບປະກັນໃຫ້ມີຄວາມສະຫງົບປອດໄພ ໃນວັນເລືອກຕັ້ງຮ້ອຍສ່ວນຮ້ອຍ.

                # ຂ່າວ & ພາບ : ວຽງມາ

error: Content is protected !!