ນະຄອນຫຼວງ ສົມທົບທຶນໂຄງການກໍ່ສ້າງອາຄານສົງ

       ວັນທີ 7 ມັງກອນ 2021 ຜ່ານມາ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າໂຄງການກໍ່ສ້າງອາຄານສົງ ພ້ອມຄະນະ ໄດ້ນຳເອົາເງິນ 300 ລ້ານກີບທີ່ເປັນເງິນຂອງນະຄອນຫຼວງວຽງຈັນໄປມອບໃຫ້ພະອາຈານມະຫາເວດ ມະເສໄນ ຮອງປະທານອົງການພຸດທະສາສະໜາສຳພັນແຫ່ງຊາດ ເພື່ອສົມທົບທຶນເຂົ້າໃນໂຄງການກໍ່ສ້າງອາຄານສົງທີ່ຕັ້ງຢູ່ໃກ້ກັບວັດທາດຫຼວງເໜືອເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງໂຄງການດັ່ງກ່າວເລີ່ມກໍ່ສ້າງມາແຕ່ທ້າຍປີ 2018  ແລະ ຄາດວ່າຈະສຳເລັດປີ 2021 ດ້ວຍທຶນສັດທາກຳລັງແຮງຂອງທົ່ວສັງຄົມ ກໍຄືຜູ້ໃຈບຸນທັງຫຼາຍ.

error: Content is protected !!