ມີ 60 ໂຮງຮຽນໄດ້ຍ້ອງຍໍໃນການປະກອບສ່ວນບໍລິຈາກເລືອດ

    ກອງປະຊຸມການປຸກລະດົມຜູ້ບໍລິຈາກເລືອດແບບສະໝັກໃຈ ບໍ່ຮຽກຄ່າຕອບແທນ ປະຈຳປີ 2020 ແລະ ທີດທາງແຜນການແບບມີສ່ວນຮ່ວມ 2021 ຂອງພາກສ່ວນມັດທະຍົມສຶກສາຕອນປາຍ ພາຍໃນນະຄອນຫຼວງ ວຽງຈັນ (ນວ) ຈັດຂຶ້ນວັນທີ 11 ມັງກອນ 2021 ທີ່ສູນເລືອດແຫ່ງຊາດ ອົງການກາແດງລາວ ໂດຍເປັນປະທານ ຂອງທ່ານ ຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວ ມີທ່ານ ອານຸລົມ ວິໄລ ພອນ ຮອງຫົວໜ້າຫ້ອງການ ກະຊວງສຶກສາທິການ ແລະ ກີລາ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍທ່ານຜູ້ອຳນວຍການ ຮອງອຳນວຍການໂຮງຮຽນ ພາຍໃນ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ປີຜ່ານມາ ໄດ້ຈັດກິດຈະກຳຮ່ວມກັບບັນດາໂຮງຮຽນມັດທະຍົມພາຍໃນ ນວ ທັງໝົດ 56 ຄັ້ງ ມີຜູ້ເຂົ້າຮ່ວມ 6.523 ຄົນ ແລະ ມີພະນັກງານຄູ-ອາຈານ ແລະ ຊາວໜຸ່ມນັກຮຽນໃຫ້ການປະກອບສ່ວນບໍລິຈາກເລືອດໄດ້ທັງ ໝົດ 3.543 ຄົນ ໃນນັ້ນ ມີ 60 ໂຮງຮຽນໄດ້ຮັບການຍ້ອງຍໍດີເດັ່ນໃນການປະກອບສ່ວນບໍລິຈາກເລືອດ ໄດ້ຮັບ ການຍ້ອງຍໍຈາກຄະນະກຳມະການເລືອດແຫ່ງຊາດ ຈຳນວນ 40 ໂຮງຮຽນ ຍ້ອງຍໍຈາກອົງການກາແດງ 14 ໂຮງຮຽນ ແລະ ຍ້ອງຍໍຈາກສູນເລືອດແຫ່ງຊາດ  6 ໂຮງຮຽນ.

                # ຂ່າວ & ພາບ : ບຸນມີ

error: Content is protected !!