ຍທຂ ນວ ສ້າງຂະບວນການຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

    ເພື່ອຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນລະຫວ່າງວັນທີ 13 ຫາ 15 ມັງກອນ 2021 ຢູ່ຫໍປະຊຸມແຫ່ງຊາດ (ຫຼັກ6) ນະຄອນຫຼວງວຽງຈັນ ຫຼາຍໆພາກສ່ວນ ທັງພາກລັດ ແລະ ເອກະຊົນ ຕ່າງກໍຮ່ວມແຮງຮ່ວມໃຈກັນຈັດກິດຈະກຳອອກແຮງງານລວມໝູ່ຂຶ້ນ ຢູ່ຕາມເສັ້ນທາງຕ່າງໆພາຍໃນນະຄອນຫຼວງວຽງຈັນ ໃຫ້ມີຄວາມສວຍງາມ ເປັນລະບຽບຮຽບຮ້ອຍ ສະອາດງາມຕາ ດ້ວຍການຕັດຫຍ້າຕາມແຄມທາງ ລ້າງທາງ ປັດກວາດຂີ້ເຫຍື້ອ ປະດັບປະດາເສັ້ນທາງ ຕິດທຸງຊາດ ທຸງພັກ ແລະ ທຸງທີວຢູ່ສຳນັກງານ ອົງການຂອງຕົນຢ່າງເປັນຂະບວນຟົດຟື້ນ. 

    ໃນໂອກາດດັ່ງກ່າວນີ້ ວັນທີ 9 ມັງກອນ 2021 ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ກໍ ໄດ້ຈັດກິດຈະກຳດັ່ງກ່າວນີ້ຂຶ້ນເຊັ່ນດຽວກັນ ໂດຍການອອກແຮງງານລວມພາຍໃນພະແນກ ໃນນີ້ ອະນາໄມ ປັດກວາດ ແລະ ເກັບມ້ຽນຂີ້ເຫຍື້ອຢູ່ຖະໜົນເສດຖາທິລາດ ແຕ່ເຂດຫໍຄຳ ຫາ ວັດສີເມືອງ ພ້ອມທັງປະດັບປະດາ ຕິດທຸງຊາດ ທຸງພັກ ແລະ ທຸງທີວ ຢູ່ດ້ານໜ້າພະແນກ ຍທຂ ນວ ແລະ ອື່ນໆ ໂດຍການເຂົ້າຮ່ວມຂອງທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ ນວ ເຊິ່ງການກິດຈະກຳຄັ້ງນີ້ ບໍ່ພຽງແຕ່ເປັນການຄໍານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກແລ້ວ ແຕ່ມັນຍັງເປັນການສ້າງຄວາມສາມັກຄີຮັກແພງໃຫ້ແກ່ອ້າຍນ້ອງພະນັກງານຫຼັກແຫຼ່ງໃນພາຍພະແນກ ຍທຂ ຕື້ມອີກ.

                # ຂ່າວ & ພາບ : ຊິລິການດາ

error: Content is protected !!