ຄບຕ ເລັ່ງສ້ອມແປງໄຟອຳນາດທີ່ເປ່ເພໃຫ້ໃຊ້ໄດ້ເປັນປົກກະຕິ

    ເພື່ອສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 2 ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ ຮ່ວມກັບພາກວິາວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມມະຫາວິທະຍາໄລແຫ່ງຊາດ ໄດ້ເລັ່ງສ້ອມແປງໄຟອຳນາດ ແລະ ໄຟເຍືອງທາງຢູ່ນະຄອນຫຼວງວຽງຈັນ. 

    ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງນະຄອນຫຼວງວຽງຈັນ(ຄບຕ) ແລະ ທ່ານ ປອ ຄຳຜອງ ຄົງສົມບູນ ຮອງຫົວໜ້າພາກວິຊາວິສະວະກຳເອເລັກໂຕຣນິກ ແລະ ໂທລະຄົມມະນາຄົມໄດ້ກ່າວວ່າ: ວັນທີ 10 ມັງກອນ 2021 ໄດ້ສຳເລັດສ້ອມແປງໄຟອຳນາດ 4 ແຍກດົງນາໂຊກ ເມືອງສີໂຄດຕະບອງ ພາຍຫຼັງທີ່ເປ່ເພມາເກືອບເດືອນ ປັດຈຸບັນໃຊ້ການໄດ້ເປັນປົກະຕິ ການສ້ອມແປງ ທີມງານ ໄດ້ປ່ຽນລະບົບຄວບຄຸມ ແລະ ໝໍ້ເກັບໄຟທີ່ໃຊ້ລະບົບແສງຕາເວັນ ພາຍຫຼັງສຳເລັດຈຸດນີ້ແລ້ວ ຍັງຈະສືບຕໍ່ສ້ອມແປງຢູ່ໄຟອຳນາດໜອງບອນ ສະໜາມບິນວັດໄຕ ທາງ 450 ປີ ແລະ ຈຸດອື່ນໆທີ່ມີການເປ່ເພ ທັງນີ້ເພື່ອເຮັດໃຫ້ການສັນຈອນມີຄວາມສະດວກສະບາຍຂຶ້ນ ໂດຍໂຄງການສ້ອມແປງ ເປັນການຮ່ວມມືສອງພາກສ່ວນປັດຈຸບັນ ວິຊາການລາວເຮົາກໍມີຄວາມສາມາດປະກອບອຸປະກອນເອງ ແລະ ຂຽນໂປຣແກຣມເອງ ເຮັດໃຫ້ຕົ້ນທຶນບໍ່ສູງ ຈາກຜ່ານມາໃຊ້ວິຊາການຕ່າງປະເທດ ຕົ້ນທຶນສູງ ແລະ ຊັກຊ້າ.

                # ຂ່າວ & ພາບ : ສົມສະຫວັນ

error: Content is protected !!