ອົງການໄອຍະການປະຊາຊົນ

ມີ​ຫຼາຍ​ຄົນ​ມັກ​ເວົ້າ​ວ່າ ໄອ​ຍະ​ການ​ສານ ຄວາມ​ຈິງ​ມັນ​ເປັນ 2 ອົງ­ການ ທີ່​ເຮັດ​ໜ້າ­ທີ່​ແຕກ​ຕ່າງ​ກັນ​ໃນ​ຂະ​ບວນ​ການ​ດຳ­ເນີນ​ຄະ­ດີ​ອາ­ຍາ ສະ­ນັ້ນ ຈຶ່ງ​ຍົກ​ເອົາ​ສິດ ແລະ ໜ້າທີ່​ຂອງ​ອົງ­ການ​ໄອ​ຍະ​ການ​ນີ້​ມາ​ສະ­ເໜີ​ຕື່ມ ເພື່ອ​ບໍ່​ໃຫ້​ເຂົ້າ­ໃຈ​ວ່າ​ໄອ​ຍະ​ການ​ກັບ​ສານ ​ແມ່ນ​ອົງ­ການ​ດຽວ​ກັນ​ຕາມ​ຄວາມ​ເຂົ້າ­ໃຈ​ນັ້ນ.

ໃນ​ຖາ­ນະ​ທີ່​ເປັນ​ໂຈດ​ໃນ​ຄະ­ດີ​ອາ­ຍາ ໄອ​ຍະ​ການ​ມີ­ໜ້າ​ທີ່​ໃນ​ການ​ຄົ້ນ­ຄວ້າ ແລະ ພິ­ຈາ­ລະ­ນາ​ສຳ­ນວນ​ຄະ­ດີ​ອາ­ຍາ​ທີ່​ໄດ້​ຮັບ​ຈາກ​ອົງ­ການ​ສືບ­ສວນ-ສອບ​ສວນ ຫາກ​ມີ​ພະ­ຍານ​ຫຼັກ​ຖານ​ພຽງ­ພໍ​ທີ່​ໜ້າ​ເຊື່ອ​ຖື​ໄດ້ ໄອ​ຍະ​ການ​ກໍ​ຈະ​ອອກ​ຄຳ​ສັ່ງ​ຟ້ອງ ແລະ ນຳ​ສະ­ເໜີ​ພະ­ຍານ​ຫຼັກ​ຖານ​ຕ່າງໆ​ເພື່ອ​ພິ­ສູດ​ຄວາມ​ຈິງ​ຂອງ​ຜູ້​ຕ້ອງ​ຫາ​ຕໍ່​ສານ ເພື່ອ​ໃຫ້​ສານ​ພິ­ຈາ­ລະ­ນາ​ຕັດ​ສີນ ຫຼື ພິ­ພາກ­ສາ​ລົງ­ໂທດ​ຜູ້​ທີ່​ໄດ້​ກະ­ທຳ​ຜິດ​ຢ່າງ​ຍຸ­ຕິ​ທຳ ແລະ ພ້ອມ​ດຽວ​ກັນ​ນັ້ນ ກໍ​ຍັງ​ປົກ​ປ້ອງ ແລະ ຕິດ­ຕາມ​ກວດ­ກາ ບໍ່​ໃຫ້​ມີ​ການ​ລົງ­ໂທດ​ຜູ້​ບໍ­ລິ­ສຸດ ຫຼື ໃຫ້​ຜູ້​ກະ­ທຳ ຜິດ​ໄດ້​ຮັບ​ໂທດ​ຢ່າງ​ຍຸ­ຕິ​ທຳ ແລະ ໃນ​ອີກ​ຖາ­ນະ​ໜຶ່ງ​ໄອ​ຍະ​ການ​ມີ­ໜ້າ​ທີ່​ຕິດ­ຕາມ ແລະ ກວດ­ກາ​ການ​ປະ­ຕິ­ບັດ​ກົດ­ໝາຍ​ໃນ​ທົ່ວ​ສັງ­ຄົມ ຫາກ​ເຫັນ​ວ່າ​ມີ​ການ​ລະ­ເມີດ​ກົດ­ໝາຍ ໄອ​ຍະ​ການ​ມີ­ໜ້າ​ທີ່​ທັກ​ທ້ວງ ຫຼື ຖ້າ​ຫາກ​ເຫັນ​ວ່າ​ມີ​ການ​ກະ­ທຳ​ຜິດ​ກົດ­ໝາຍ​ອາ­ຍາ​ເກີດ​ຂຶ້ນ ໄອ​ຍະ​ການ​ມີ­ໜ້າ​ທີ່​ອອກ​ຄຳ​ສັ່ງ​ແລ້ວ​ສົ່ງ​ໃຫ້​ພາກ­ສ່ວນ​ກ່ຽວ­ຂ້ອງ​ນຳ​ເອົາ​ໄປ​ຈັດ​ຕັ້ງ​ປະ­ຕິ­ບັດ​ທັນ­ທີ ເນື່ອງ​ຈາກ​ກົດ­ໝາຍ​ຂອງ ສປປ ລາວ ໄດ້​ມອບ​ໝາຍ​ໃຫ້​ໄອ​ຍະ​ການ​ເປັນ​ຜູ້​ມີ​ສິດ​ອຳ­ນາດ​ໃນ​ການ​ຄວບ​ຄຸມ ແລະ ຕິດ­ຕາມ​ກວດ­ກາ​ການ​ປະ­ຕິ­ບັດ​ກົດ­ໝາຍ​ໃນ​ທົ່ວ​ສັງ­ຄົມ​ນັ້ນ​ເອງ.

ນອກ­ຈາກ​ອົງ­ການ​ໄອ​ຍະ​ການ​ປະ­ຊາ ຊົນ​ແລ້ວ ຍັງ​ມີ​ອົງ­ການ​ໄອ​ຍະ​ການທະ­ຫານ ຊຶ່ງ​ແມ່ນ​ອົງ​ການ­ຈັດ­ຕັ້ງ​ໜຶ່ງ​ໃນ​ລະ­ບົບ​ອົງ­ການ​ໄອ​ຍະ​ການ​ປະ­ຊາ­ຊົນ​ແຫ່ງ ສປປ ລາວ ທີ່​ສ້າງ­ຕັ້ງ​ຂຶ້ນ​ໃນ​ກອງ­ທັບ​ປະ­ຊາ­ຊົນ​ລາວ ມີ​ພາ­ລະ​ບົດ­ບາດ​ຕິດ­ຕາມ​ກວດ­ກາ ການ​ເຄົາ­ລົບ ແລະ ປະ­ຕິ­ບັດ​ກົດ­ໝາຍ​ຂອງ​ນາຍ ພົນ­ທະ­ຫານ ກຳ­ມະ­ກອນ ພາ­ລະ​ກອນ​ປ້ອງ​ກັນ​ຊາດ ແລະ ຂອງ​ບຸກ­ຄົນ​ນອກ​ກອງ­ທັບ ທີ່​ກະ­ທຳ​ຜິດໃນ​ເຂດ​ຍຸດ​ທະ​ສາດ​ການ​ທະ­ຫານ ເຂດ​ຕັ້ງ​ທັບ​ຂອງ​ທະ­ຫານ ແລະ ສັ່ງ​ຟ້ອງ​ຜູ້​ຖືກ​ຫາ​ຂຶ້ນ​ສານ​ທະ­ຫານ​ຕາມ​ກົດ­ໝາຍ​ກຳ­ນົດ​ໄວ້.

ໂດຍ: ໄມ້​ງັດ

error: Content is protected !!