ກຸ່ມບໍລິສັດ ພົງຊັບທະວີ ເລີ່ມປະຕິບັດການລ້າງທາງແຕ່ 3 ແຍກໜອງບຶກ ຫາ 3 ແຍກໜອງບົວທອງ

    ກຸ່ມບໍລິສັດ ພົງຊັບທະວີ ເລີ່ມຕົ້ນອະນາໄມ ແລະ ປະຕິບັດການລ້າງທາງແຕ່ 3 ແຍກໜອງບຶກ ຫາ 3 ແຍກໜອງບົວທອງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ (ນວ) ເພື່ອແນໃສ່ປະຕິບັດຕາມການຊີ້ນຳຂອງເຈົ້າຄອງ ນວ ກ່ຽວກັບການກະກຽມວຽກງານອະນາໄມ ແລະ ຈັດສັນຄວາມເປັນລະບຽບຮຽບຮ້ອຍ ຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ II ທັງເປັນການປະຕິບັດມະຕິຕົກລົງກ່ຽວກັບແຜນມາດຕະການຈັດຕັ້ງປະຕິບັດໂຄງການວຽງຈັນສະອາດໃຫ້ບັນລຸໄດ້ ສ ສະອາດ (ຫົນທາງສະອາດ) ແລະ ສ ສີຂຽວ ໃຫ້ບັນດາເສັ້ນທາງສາຍຫຼັກມີຄວາມສະອາດຈົບງາມ.

    ທ່ານ ພູທອນ ຣາຊະພົງ ຫົວໜ້າພະແນກບໍລິຫານ ບໍລິສັດ ພົງຊັບທະວີ ກໍ່ສ້າງຂົວທາງ ເຄຫະສະຖານ ແລະ ຊົນລະປະທານ ຈໍາກັດ ໃຫ້ສໍາພາດວັນທີ 9 ມັງກອນ 2021 ວ່າ: ກຸ່ມບໍລິສັດ ພົງຊັບທະວີ ໄດ້ປະກອບສ່ວນດ້ວຍຄວາມສະໝັກໃຈ ໃນການອະນາໄມຫົດລ້າງໜ້າທາງ ຕົ້ນໄມ້ແຄມທາງ (ທັງ 2 ຟາກ) ແຕ່ 3 ແຍກໜອງບຶກ ຫາ 3 ແຍກໜອງບົວທອງ ມີຄວາມຍາວ 5,4 ກິໂລແມັດ ຍ້ອນຢູ່ລຽບແຄມທາງ ແລະ ລຽບຄູກາງທາງບາງຈຸດ ມີດິນຖົມຈໍານວນຫຼາຍ ຈຶ່ງໄດ້ໃຊ້ກົນຈັກດຸດ-ຕັກດິນອອກ ແລ້ວຈຶ່ງດໍາເນີນການລ້າງທາງ ເຊິ່ງການຈັດຕັ້ງປະຕິບັດເລີ່ມແຕ່ມື້ນີ້ເປັນຕົ້ນໄປ ຄາດວ່າຈະໃຊ້ເວລາ 1 ອາທິດຈຶ່ງຈະສໍາເລັດ ຈາກນັ້ນ ກໍຈະສືບຕໍ່ລ້າງໄປເລື້ອຍໆຈົນຄົບກໍານົດ 3 ເດືອນ ຄາດວ່າຈະໃຊ້ງົບປະມານ 30 ລ້ານກີບ.

    ເສັ້ນທາງແຕ່ 3 ແຍກໜອງບຶກ ຫາ 3 ແຍກໜອງບົວທອງ ແມ່ນກຸ່ມບໍລິສັດ ພົງຊັບທະວີ ເປັນຜູ້ກໍ່ສ້າງ ໃນໄລຍະຜ່ານມາ ບໍລິສັດພວກເຮົາກໍໄດ້ປະກອບສ່ວນໃນການຕັດຫຍ້າ ແລະ ອະນາໄມເສັ້ນທາງດັ່ງກ່າວເປັນປະຈໍາ ເພື່ອເຮັດໃຫ້ເສັ້ນທາງດັ່ງກ່າວມີຄວາມສະອາດ ແລະ ສວຍງາມ ສໍາລັບການອະນາໄມ ແລະ ລ້າງທາງຄັ້ງນີ້ ອາດເຮັດໃຫ້ການໄປ-ມາພົບຄວາມຫຍຸ້ງຍາກ ເນື່ອງຈາກສະພາບການສັນຈອນມີຄວາມໜາແໜ້ນສົມຄວນ ຈຶ່ງຂໍຝາກມາຍັງຜູ້ໃຊ້ລົດໃຊ້ຖະໜົນ ຈົ່ງໃຫ້ການຮ່ວມມື ແລະ ມີຄວາມລະມັດລະວັງໃນການຂັບຂີ່ຂຶ້ນຕື່ມ ເພື່ອຫຼີກລ່ຽງການເກີດອຸບັດເຫດ. 

                # ຂ່າວ & ພາບ: ສະບາໄພ

error: Content is protected !!