ໃນວັນທີ 8 ມັງກອນ 2021 ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ທັງເປັນຫົວໜ້າອະນຸກໍາມະການໂຄສະນາ ແລະ ຂະບວນການ ພ້ອມດ້ວຍຄະນະ ແລະ ພາກສ່ວນກ່ຽວ ຂ້ອງ ລົງຕິດຕາມກວດກາຄວາມພ້ອມວຽກງານປະດັບປະດາດອກໄມ້ ດອກໄຟ ທຸງຊາດ ທຸງພັກ ທຸງທິວ ຢູ່ຈຸດໜ້າຫໍປະຊຸມແຫ່ງຊາດ ຕາມເສົາໄຟຟ້າ ແລະ ປ້າຍຄໍາຂັວນຂ້າມທາງຖະໜົນໄກສອນ ພົມວິຫານ ປະດັບປະດາປ້າຍຄໍາຂວັນຫ້ອຍຕາມເສົາໄຟຄູກາງຖະໜົນລ້ານຊ້າງ ປະດັບໄຟໃສ່ຕົ້ນໄມ້ເສັ້ນທາງລ້ານຊ້າງ ແລະ ໄກສອນ ພົມວິຫານ ປະດັບທຸງວົງວຽນ 450 ປີ ຕາມຖະໜົນສຸພານຸວົງ ຖະໜົນ ເສດຖາ ແລະ ຖະໜົນທ່າເດື່ອ (ວົງວຽນຈິ່ນາຍໂມ້) ແລະ ວຽກ ງານອະນາໄມຕົວເມືອງ ເພື່ອຮັບໃຊ້ໃຫ້ແກ່ການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ປະຊາຊົນ ປະຕິວັດລາວ ເຊິ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ.

ຜ່ານການລົງກວດກາຄັ້ງນີ້ ບັນດາອະນຸກຳມະການປະດັບປະດາຕົວເມືອງ ໄດ້ລາຍງານຄວາມພ້ອມຂອງໜ້າວຽກດ້ານຕ່າງໆໃຫ້ທ່ານປະທານສູນກາງແນວລາວສ້າງຊາດຮັບຊາບ ແລະ ມີທິດຊີ້ນຳເພີ່ມຕື່ມ ເຊິ່ງໂດຍລວມແມ່ນມີຄວາມພ້ອມ ສະອາດ ຈົບງາມແລ້ວກວ່າ 80 % ແລະ ຄາດວ່າຍັງມີບາງໜ້າ ວຽກທີ່ກຳລັງຂຸ້ນຂ້ຽວສືບຕໍ່ປະຕິບັດໃຫ້ສຳເລັດກ່ອນຮອດມື້ເປີດກອງປະຊຸມ 100%.