ຈັນທະບູລີ ເລັ່ງແກ້ໄຂບັນຫາການຕໍ່ເທີບ-ເງີບຊະຊາຍ ແລະ ການວາງຂາຍເຄື່ອງໃສ່ທາງຍ່າງ

    ເມື່ອຕອນເຊົ້າວັນທີ 8 ມັງກອນ 2021 ນີ້ ໜ່ວຍງານຮັບຜິດຊອບຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂປາກົດການຫຍໍ້ທໍ້ ກວດກາຜັງ ເມືອງ ທາງຫຼວງ ແລະ ສິ່ງແວດລ້ອມ ພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ (ຍທຂ. ນວ) ໄດ້ສົມທົບກັບຄະນະກຳມະການຈັດສັນຄວາມເປັນລະບຽບຮຽບຮ້ອຍ ເມືອງຈັນທະບູລີ ລົງປະຕິບັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍ ແລະ ແກ້ໄຂສິ່ງກີດຂວາງຢູ່ເສັ້ນທາງ T2 ຮ້ານຈຳໜ່າຍວັດສະດຸອຸປະກອນການກໍ່ສ້າງ ແລະ ຂາຍເຄື່ອງມືການກະເສດ ເຂດ 5 ແຍກໄຟອຳນາດໜອງດ້ວງ ມີທ່ານ ສຸລິວັນ ພົມມະຫາໄຊ ຫົວໜ້າພະແນກ ຍທຂ.ນວ ທ່ານ ວິໄຊ ໂລວັນຮັກ ຫົວໜ້າຫ້ອງການ ຍທຂ ເມືອງຈັນທະບູລີ ທ່ານ ພັນໂທ ຫົງຄຳ ລັດຖະຟ້າສະຫວ່າງ ຫົວໜ້າກອງຮ້ອຍຕຳຫຼວດຈະລາຈອນ ເມືອງຈັນທະບູລີ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ໃນປີ 2020 ຜ່ານມາ ຫ້ອງການ ຍທຂ ເມືອງຈັນທະບູລີ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານຈັດສັນຄວາມເປັນລະບຽບຮຽບຮ້ອຍຢ່າງຈິງຈັງ ໂດຍຮ່ວມກັບຄະນະສະເພາະກິດຂອງເມືອງເຊັ່ນ: ຫ້ອງການປົກຄອງເມືອງ ຫ້ອງການການຄ້າເມືອງ ກອງຮ້ອຍຈະລາຈອນເມືອງ ແລະ ຫ້ອງການ ຖວທ ເມືອງ ລົງຈັດຕັ້ງປະຕິບັດວຽກງານຢູ່ຖະໜົນສາຍຫຼັກ 10 ເສັ້ນ ແລະ ທາງຮ່ອມຕ່າງໆພາຍໃນເມືອງ ພ້ອມດ້ວຍ 4 ຕະຫຼາດໃຫຍ່ ເຊິ່ງໄດ້ເຮັດບົດບັນທຶກກ່າວເຕືອນ ພ້ອມທັງສຶກສາອົບຮົມ ແລະ ໃຊ້ມາດຕະການຕໍ່ກັບຜູ້ລະເມີດບໍ່ປະຕິບັດຕາມລະບຽບກົດໝາຍທັງໝົດ 798 ກໍລະນີ ເປັນຕົ້ນ: ການປຸກສ້າງບໍ່ມີໃບອະນຸຍາດ ຕໍ່ເທີບ-ເງີບຊະຊາຍ ປຸກສ້າງບໍ່ມີສິ່ງກັ້ງບັ້ງ ສະຖານທີ່ກໍ່ສ້າງເປີະເປື້ອນ ປຸກສ້າງກວມເອົາເຂດສະຫງວນທາງທັງໝົດ 260 ກໍລະນີ ຮື້ຖອນປ້າຍໂຄສະນາຕ່າງໆທີ່ຕິດຕັ້ງບໍ່ຖືກລະບຽບທັງໝົດ 232 ກໍລະນີ ການຈອດລົດຊະຊາຍຕາມແຄມທາງ ແລະ ທາງຄົນຍ່າງ ການວາງຂາຍເຄື່ອງໃສ່ທາງຍ່າງ ວາງສິ່ງຕ່າງໆໃສ່ທາງຍ່າງ-ໜ້າຮ້ານ ໜ້າຫ້ອງການຂອງຕົນບໍ່ໃຫ້ຜູ້ອື່ນຈອດລົດ ເຮັດໃຫ້ການສັນຈອນແອອັດ ສັບສົນ ກີດຂວາງການສັນຈອນ ບໍ່ເປັນລະບຽບ ສ້າງບັນຫາຕໍ່ສັງຄົມ 306 ກໍລະນີ ເຊິ່ງໃນນີ້ ສາມາດແກ້ໄຂໄດ້ຈຳນວນ 678 ກໍລະນີ.

                # ຂ່າວ & ພາບ : ຊິລິການດາ

error: Content is protected !!