ພະແນກ ຖວທ ນວ ສ້າງຂະບວນການ ຮັບຕ້ອນກອງປະຊຸມໃຫຍ່ຂອງພັກຄັ້ງທີ XI

    ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ໃຫ້ມີຄວາມສະອາດສວຍງາມ ແລະ ເປັນຂະບວນການຟົດຟື້ນ ດັ່ງນັ້ນ ວັນທີ 8 ມັງກອນ 2020 ພະແນກຖະເເຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໄດ້ສ້າງຂະບວນການອະນາໄມລວມຕາມຂອບເຂດອ້ອມຮອບເດີ່ນພາຍໃນພະແນກ ແລະ ຕາມເຂດຄູກາງທາງ (ແຕ່ຫຼັກເສົາໄຟຟ້າທີ 61 ຫາ ຫຼັກເສົາໄຟຟ້າທີ 66 ) ໜ້າພະແນກ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ. 

    ກິດຈະກໍາອອກແຮງງານໃນຄັ້ງນີ້ ປັດກວາດໃບໄມ້ ເກັບຂີ້ເຫຍື້ອ ຕັດຫຍ້າ ຊ້ວານດິນຕົກເຮ່ຍຕາມແຄມທາງ ແລະ ປະດັບປະດາ ຕິດທຸງຊາດ ທຸງພັກ ໃຫ້ມີຄວາມຈົບງາມ ເຊິ່ງເຂົ້າຮ່ວມມີບັນດາຫົວໜ້າຂະແໜງການ ກອງວິຊາການ ແລະ ລັດວິສາຫະກິດໂຮງພິມນະຄອນຫຼວງວຽງຈັນ ພ້ອມດ້ວຍ 3 ອົງການຈັດຕັ້ງມະຫາຊົນທີ່ຂຶ້ນກັບ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ.

                # ຂ່າວ & ພາບ : ວຽງມາ

error: Content is protected !!