ປຶກຫາລືວຽກງານການກະກຽມການເລືອກຕັ້ງ ສສຊ-ສສ ນວ

    ກອງປະຊຸມປຶກຫາລືວຽກງານການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX (ສສຊ) ແລະ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II (ສສ ນວ) ຈັດຂຶ້ນວັນທີ 8 ມັງກອນ 2021 ທີ່ຫ້ອງວ່າການ ນວ ໂດຍການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ມີສະມາຊິກ ສສຊ ສສ ນວ ແລະ ແຂກຖືກເຊີນເຂົ້າຮ່ວມ. 

    ກອງປະຊຸມ ໄດ້ຮັບຝັງລາຍງານກ່ຽວກັບການກະກຽມເລືອກຕັ້ງ ສສຊ ຊຸດທີ IX ແລະ ສສ ນວ ຊຸດທີ II ເຊິ່ງ ມາຮອດປັດຈຸບັນ ເລີ່ມກ້າວເຂົ້າສູ່ການຈັດຕັ້ງປະຕິບັດບາດກ້າວທີ 3 ເຊິ່ງການເຄື່ອນໄຫວວຽກງານເລືອກຕັ້ງໃນແຕ່ລະບາດກ້າວຜ່ານມາ ມີຜົນສໍາເລັດ ແລະ ບາງຂໍ້ຄົງຄ້າງຄື: ໄດ້ປະສານສົມທົບກັບບັນດາອົງການປົກຄອງເມືອງ ໃນການແຕ່ງຕັ້ງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ແລະ ບັນດາອະນຸກໍາມະການຊ່ວຍວຽກຂອງຄະນະກໍາມະການເລືອກຕັ້ງຂັ້ນເມືອງ ມາຮອດປັດຈຸບັນ ຍັງເຫຼືອພຽງ 2 ເມືອງ ທີ່ຍັງບໍ່ທັນໄດ້ມີການແຕ່ງຕັ້ງອະນຸກໍາມະການຊ່ວຍວຽກຂອງຕົນຄື: ເມືອງສີສັດຕະນາກ ແລະ ເມືອງປາກງື່ມ. 

    ໄດ້ຂຶ້ນບັນຊີພົນລະເມືອງ ຜູ້ມີສິດເລືອກຕັ້ງ ແລະ ການກໍານົດໜ່ວຍປ່ອນບັດເລືອກຕັ້ງທົ່ວ ນວ ຄື: ພົນລະ ເມືອງທັງໝົດ 864.242 ຄົນ ຍິງ 440.348 ຄົນ ຜູ້ມີສິດປ່ອນບັດເລືອກຕັ້ງ 592.865 ຄົນ ຍິງ 280.208 ຄົນ (ຕົວເລກອາດຈະມີການຄາດເຄື່ອນ ເພາະຍັງບໍ່ທັນມີສະຖິຕິຈໍານວນຜູ້ມີສິດເລືອກຕັ້ງຂອງເມືອງປາກງື່ມ ກໍາລັງ ປກຊ-ປກສ ແລະ ພົນລະເມືອງລາວຢູ່ຕ່າງປະເທດ) ຄາດຄະເນໜ່ວຍປ່ອນບັດເລືອກຕັ້ງ 764 ໜ່ວຍ. 

    ໄດ້ຂຶ້ນແຜນບັນຊີຄວາມຕ້ອງການວັດຖຸອຸປະກອນຮັບໃຊ້ວຽກງານເລືອກຕັ້ງ ມີ: ຫີບປ່ອນບັດ ສສຊ ໜ່ວຍເກົ່າ 272 ໜ່ວຍ ຂໍເພີ່ມໃໝ່ 492 ໜ່ວຍ ຫີບປ່ອນບັດ ສສນວ ໜ່ວຍເກົ່າ 257 ໜ່ວຍ ຂໍເພີ່ມ 507 ໜ່ວຍ ກາປະທັບຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ຂໍເພີ່ມ 9 ໜ່ວຍ ກາປະທັບໜ່ວຍປ່ອນບັດເລືອກຕັ້ງ ສັ່ງຜະລິດໃໝ່ທັງໝົດ ຕາມແຈ້ງການຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ກາປະທັບປ່ອນແລ້ວ ໜ່ວຍເກົ່າ 465 ໜ່ວຍ ຂໍເພີ່ມ 299 ໜ່ວຍ. 

    ການຄົ້ນຄວ້າບຸຄະລາກອນລົງສະໝັກ ສສຊ ແລະ ສສນວ ແມ່ນໄດ້ຄົ້ນຄວ້າ ແລະ ນໍາສົ່ງລາຍຊື່ ຊີວະປະຫວັດ ຜູ້ສະໝັກຮັບເລືອກຕັ້ງເປັນ ສສຊ 15 ທ່ານ ທີ່ເປັນພູດຂອງ ນວ ແລະ ຜູ້ສະໝັກຮັບເລືອກຕັ້ງເປັນ ສສນວ ທັງໝົດ 49 ທ່ານ ໃຫ້ຄະນະກໍາມະການເລືອກຕັ້ງລະດັບຊາດພິຈາລະນາ ປັດຈຸບັນ ຍັງລໍຖ້າການຕົກລົງຈາກຄະນະກໍາມະການເລືອກຕັ້ງລະດັບຊາດ.

                # ຂ່າວ & ພາບ : ວຽງມາ

error: Content is protected !!