ປີ 2020 ນະຄອນຫຼວງວຽງຈັນ ມີຜູ້ເສຍຊີວິດຈາກອຸບັດເຫດເຖິງ 190 ຄົນ

ຕະ­ຫຼອດ​ໄລ­ຍະ​ປີ 2020 ຜ່ານ​ມາ ນອກ­ຈາກ ພັກ ແລະ ລັດ​ຖະ ບານ​ຂອງ ສປປ ລາວ ຈະ​ໄດ້​ສຸມ​ໃສ່​ການ​ເຟົ້າ​ລະ­ວັງ ແລະ ສະ­ກັດ​ກັ້ນ​ການ​ແຜ່​ລະ­ບາດ​ຂອງ​ເຊື້ອ​ພະ ຍາດ​ໂຄ​ວິດ-19 ແລ້ວ ອີກ​ບັນ­ຫາ​ໃຫຍ່​ໜຶ່ງ ທີ່​ພວກ​ເຮົາ​ໃຫ້​ຄວາມ​ສຳ­ຄັນ​ນັ້ນ ກໍ​ຄື ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ທາງ​ຖະ​ໝົນ ເຊິ່ງ​ໃນ ແຕ່​ລະ​ປີ​ເຮັດ​ມີ​ຄົນ​ລາວ​ຕ້ອງ​ສູນ​ເສຍ​ຊັບ​ສິນ ກາຍ­ເປັນ​ຄົນ​ພິ­ການ ແລະ ເສຍ​ຊີ­ວິດ​ເປັນ​ຈຳ­ນວນ​ຫຼວງ­ຫຼາຍ ຈາກ​ອຸ­ບັດ­ເຫດ​ທາງ​ຖະ­ໜົນ ເຊິ່ງ​ມັນ​ສະ­ແດງ​ອອກ​ໃຫ້​ເຫັນ​ຄື​ໃນ​ປີ 2020 ທົ່ວ​ປະ­ເທດ​ມີ​ອຸ­ບັດ­ເຫດ​ເກີດ ຂຶ້ນ​ທັງ​ໝົດ 6.774 ກໍ­ລະ­ນີ ມິ​ຄົນ​ເສຍ​ຊີ­ວິດ​ຈຳ­ນວນ 1.031 ຄົນ ມູນ​ຄ່າ​ຄວາມ​ເສຍ​ຫາຍ 103 ຕື້​ກວ່າ​ກີບ.

ການ​ເກີດ​ອຸ­ບັດ­ເຫດ ນັບ​ແຕ່​ເດືອນ​ມັງ­ກອນ​ຫາ​ເດືອນ​ທັນ­ວາ 2020 ມີ​ພາ­ຫະ­ນະ​ເປ່​ເພ​ທັງ​ໝົດ 12.007 ຄັນ ໃນ​ນີ້ ເປ່​ເພ​ເລັກ​ໜ້ອຍ 5.587 ຄັນ ສົມ­ຄວນ 6.107 ຄັນ ໃຊ້​ການ​ບໍ່​ໄດ້ 313 ຄັນ ມີ​ຄົນ​ໄດ້​ຮັບ​ບາດ­ເຈັບ​ທັງ​ໝົດ 10.027  ຄົນ ໃນ​ນີ້  ໄດ້​ຮັບ​ບາດ­ເຈັບ​ເລັກ​ໜ້ອຍ 4.500 ຄົນ ສົມ­ຄວນ 4.217 ຄົນ ສາ­ຫັດ 1.310 ຄົນ ແລະ ມີ​ຄົນ​ເສຍ​ຊີ­ວິດ​ທັງ​ໝົດ 1.031 ຄົນ ຍິງ 250 ຄົນ ສ່ວນ​ໃຫຍ່​ແມ່ນ​ເກີດ​ມາ​ຈາກ​ນັກ​ຂັບ​ຂີ່​ດື່ມ​ສິ່ງ​ມຶນ­ເມົາ 1.564 ກໍ­ລະ­ນີ ໃຊ້​ຄວາມ​ໄວ​ເກີນ​ກວ່າ​ກົດ­ໝາຍ​ກຳ­ນົດ 1.463 ກໍ­ລະ­ນີ ແລະ ປຽນ​ທິດ ທາງ 644 ກໍ­ລະ­ນີ ແລະ ອື່ນໆ.

ອີງ​ຕາມ​ສະ­ຖິ­ຕິ​ການ​ເກີດ​ອຸ­ບັດ­ເຫດ​ທົ່ວ​ປະ­ເທດ​ປີ 2020 ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ອຸ­ບັດ­ເຫດ​ເກີດ​ຂຶ້ນ 1.155 ຄັ້ງ ເສຍ​ຊີ­ວິດ 190 ຄົນ ຜົ້ງ​ສາ­ລີ 157 ຄັ້ງ ເສຍ​ຊີ­ວິດ 12 ຄົນ ອຸ­ດົມ​ໄຊ 300 ຄັ້ງ ເສຍ​ຊີ­ວິດ 39 ຄົນ ຫຼວງ​ນ້ຳ​ທາ 408 ຄັ້ງ ເສຍ​ຊີ­ວິດ 44 ຄົນ ບໍ່​ແກ້ວ 159 ຄັ້ງ ເສຍ​ຊີ­ວິດ 46 ຄົນ ໄຊ​ຍະ​ບູ​ລີ 429 ຄັ້ງ ເສຍ​ຊີ­ວິດ 89 ຄົນ ຫຼວງ​ພະ​ບາງ 514 ຄັ້ງ ເສຍ​ຊີ­ວິດ 48 ຄົນ ຫົວ­ພັນ 65 ຄັ້ງ ເສຍ​ຊີ­ວິດ 16 ຄົນ ຊຽງ​ຂວາງ 143 ຄັ້ງ ເສຍ​ຊີ­ວິດ 22 ຄົນ ໄຊ​ສົມ­ບູນ 65 ຄັ້ງ ເສຍ​ຊີ­ວິດ 11 ຄົນ ວຽງ​ຈັນ 680 ຄັ້ງ ເສຍ​ຊີ­ວິດ 62 ຄົນ ບໍ​ລິ​ຄຳ​ໄຊ 367 ຄັ້ງ ເສຍ​ຊີ­ວິດ 64 ຄົນ ຄຳ​ມ່ວນ 80 ຄັ້ງ ເສຍ​ຊີ­ວິດ 33 ຄົນ ສະ­ຫວັນ​ນະ​ເຂດ 743 ຄັ້ງ ເສຍ​ຊີ­ວິດ 133 ຄົນ ສາ­ລະ​ວັນ 313 ຄັ້ງ ເສຍ​ຊີ

ວິດ 45 ຄົນ ຈຳ­ປາ​ສັກ 565 ຄັ້ງ ເສຍ​ຊີ­ວິດ 117 ຄົນ ເຊ​ກອງ 144 ຄັ້ງ ເສຍ​ຊີ­ວິດ 23 ຄົນ ແລະ ແຂວງ​ອັດ​ຕະ​ປື 187 ຄັ້ງ ເສຍ​ຊີ­ວິດ 37 ຄົນ.

ເພື່ອ​ຫຼຸດ­ຜ່ອນ​ການ​ເກີດ​ອຸ­ບັດ­ເຫດ ທຸກ​ຄົນ​ທີ່​ໃຊ້​ລົດ-ໃຊ້​ຖະ­ໜົນ ຕ້ອງ​ຮ່ວມ​ໃຈ​ກັນ​ປະ­ຕິ­ບັດ​ກົດ​ລະ­ບຽບ​ການ​ສັນ­ຈອນ​ໃຫ້​ເຄັ່ງ​ຄັດ ມີ​ສະ­ຕິ​ໃນ​ການ​ຂັບ​ຂີ່​ແຕ່​ລະ​ຄັ້ງ ສິ່ງ​ສຳ ຄັນ​ຄື​ບໍ່​ປະ­ໝາດ ເມົາ​ແລ້ວ​ຫ້າມ​ຂັບ ຂັບ​ຂີ່​ລົດ­ຈັກ​ຕ້ອງ​ໃສ່​ໝວກ​ກັນ​ກະ­ທົບ ໝັ່ນ​ກວດ­ກາ​ສະ­ພາບ​ລົດ​ໃຫ້​ພ້ອມ​ໃຊ້​ງານ​ແລ້ວ​ຈຶ່ງ​ອອກ​ເດີນ­ທາງ ບັນ­ຫາ​ການ​ເກີດ​ອຸ­ບັດ­ເຫດ​ມັນ​ຈຶ່ງ​ຈະ​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ.

error: Content is protected !!