ມສ ໜອງບອນ ສໍາເລັດແຂ່ງຂັນກີລາ-ສິລະປະ ປະຈຳສົກຮຽນ 2020-2021

    ໂຮງຮຽນມັດທະຍົມສຶກສາສົມບູນ (ມສ) ໜອງບອນ ຈັດພິທີເປີດ-ປິດງານແຂ່ງຂັນກີລາ ແລະ ສິລະປະ-ວັນນະຄະດີ ປະຈຳສົກຮຽນ 2020-2021 ຂຶ້ນໃນວັນທີ 5 ທັນວາ 2021 ຢູ່ ມສ ໜອງບອນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ ແລະ ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊເສດຖາ ພ້ອມດ້ວຍຄະນະອຳນວຍການ ແຂກຖືກເຊີນ ສະມາຄົມພໍ່ແມ່ນັກຮຽນ ຜູ້ໃຫ້ການສະໜັບສະໜູນ ພະນັກງານ ຄູອາຈານ ແລະ ນັກຮຽນ ຢ່າງພ້ອມພຽງ. 

    ການແຂ່ງຂັນກີລາ ແລະ ສິລະປະ-ວັນນະຄະດີໃນຄັ້ງນີ້ ໄດ້ດຳເນີນແຂ່ງຂັນມາແຕ່ວັນທີ 11 ຕຸລາ 2020 ເປັນຕົ້ນມາ ມີ 4 ລາຍການໃຫຍ່ ປະກອບມີ ແຂ່ງຂັນກີລາ ແຂ່ງຂັນສິລະປະ-ວັນນະຄະດີ ແຂ່ງຂັນແຕ້ມຮູບ ແລະ ຖາມ-ຕອບວິທະຍາສາດ ໂດຍໃຊ້ເວລາແຂ່ງຂັນ 3 ເດືອນຈຶ່ງສຳເລັດ ຜ່ານການແຂ່ງຂັນ ຜົນປາກົດວ່າ: ແຕ້ມຮູບ ຊະນະເລີດ ຫ້ອງ ມ.6/1 ບານສົ່ງຍິງ ມ.ຕົ້ນ ຊະນະເລີດ ຂັ້ນ ມ.4 ແລະ ບານສົ່ງຊາຍ ຊະນະເລີດ ຂັ້ນ ມ.4 ບານສົ່ງຍິງ ມ.ປາຍ ຊະນະເລີດ ຂັ້ນ ມ.7 ແລະ ບານສົ່ງຍິງ ຊະນະເລີດ ຂັ້ນ ມ.6 ກະຕໍ້ຍິງ ມ.ຕົ້ນ ຊະນະເລີດ ຂັ້ນ ມ.4 ແລະ ກະຕໍ້ຊາຍ ຊະນະເລີດ ຂັ້ນ ມ.4 ກະຕໍ້ຍິງ-ຊາຍ ມ.ປາຍ ຊະນະເລີດ ຕົກເປັນຂອງ ຂັ້ນ ມ.7 ເປຕັງຍິງ ມ.ຕົ້ນ ຊະນະເລີດ ຂັ້ນ ມ.4 ແລະ ເປຕັງຊາຍ ຊະນະເລີດ ຂັ້ນ ມ.3 ເປຕັງຍິງ-ຊາຍ ມ.ປາຍ ຊະນະເລີດ ໄດ້ແກ່ ຂັ້ນ ມ.7. ບານເຕະຍິງ ຊະນະເລີດ ຂັ້ນ ມ.6 ແລະ ບານເຕະຊາຍ ຊະນະເລີດ ຂັ້ນ ມ.7 ພິທີກອນ ຊະນະເລີດ ຂັ້ນ ມ.7 ຖາມ-ຕອບວິທະຍາສາດ ຊະນະເລີດ ຫ້ອງ ມ.3/3 ການແຂ່ງຂັນສິລະປະ-ວັນະຄະດີ ປະເພດຟ້ອນ ຊະນະເລີດ ຫ້ອງ ມ.7/1 ຮ້ອງເພງ ຊະນະເລີດ ຫ້ອງ ມ.4/3 ປະເພດຂັບລຳ ຊະນະເລີດ ຫ້ອງ ມ.5/3 ປະເພດລຳວົງ ຊະນະເລີດ ຫ້ອງ ມ.7/1 ປະເພດເຕັ້ນ ຊະນະເລີດ ຫ້ອງ ມ.3/2 ໂຕ້ວາທີ ຊະນະເລີດ ຫ້ອງ ມ.7/1 ສົນທະນາພາສາຕ່າງປະເທດ ມ.ປາຍ ຊະນະເລີດ ຫ້ອງ ມ.7/1 ແລະ ສົນທະນາພາສາຕ່າງປະເທດ ມ.ຕົ້ນ ຊະນະເລີດ ຫ້ອງ ມ.3/1.

                # ຂ່າວ & ພາບ: ສີພອນ

error: Content is protected !!