ປະດັບຫຼຽນ ແລະ ຍ້ອງຍໍກົມກອງ ບຸກຄົນດີເດັ່ນ ໃນການປະກອບສ່ວນພັດທະນາຊາວໜຸ່ມ

    ສູນກາງຊາວໜຸ່ມປະຊາຊົນ​ປະຕິວັດ​ລາວ (ສຊປລ) ຈັດກອງສະຫຼຸບວຽກງານສະຫຼຸບການ​ເຄື່ອນ​ໄຫວ​ວຽກງານຂອງ ສຊປລ ປະ​ຈໍາ​ປີ 2020 ​ແລະ ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ປະ​ຈໍາ​ປີ 2021  ແລະ ​ເຜີຍ​ແຜ່​ຄໍາ​ສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນໍາພາ​ຊີ້​ນໍາ​ການ​ກະກຽມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກຂຶ້ນວັນທີ 6 ມັງກອນ 2021 ຢູ່ ສຊປລ ເປັນປະທານຂອງທ່ານ ອາ​ລຸນ​ໄຊ ສູນ​ນະລາດ ກໍາມະການ​ສໍາຮອງ​ສູນ​ກາງ​ພັກ ເລຂາຄະນະບໍລິຫານງານພັກ ​ເລຂາ​ຄະນະ​ບໍລິຫານງານ ສຊປລ ມີບັນດາຮອງ​ເລຂາ ຄະນະ​ພັກ ຄະນະກົມ ພ້ອມດ້ວຍພະນັກງານຫຼັກແຫຼ່ງທົ່ວ ສຊປລ ເຂົ້າຮ່ວມ.

    ທີ່ປະຊຸມ ທ່ານ ສົມສະໜຸກ ພົງ​ສີ​ສັດຕະ​ນາກ ຮອງຫົວໜ້າຫ້ອງການ ສຊປລ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດການເຄື່ອນ​ໄຫວ​ວຽກງານຂອງ ສຊປລ ປະ​ຈໍາ​ປີ 2020  ແລະ ທິດ​ທາງ​ແຜນການ​ເຄື່ອນ​ໄຫວ​ວຽກງານ​ປະ​ຈໍາ​ປີ 2021 ແລະ ທ່ານ ບຸນຕາ ເທບພະວົງ ຮອງເລຂາຄະນະ​ບໍລິຫານງານ ສຊປລ ຂຶ້ນຜ່ານຄໍາ​ສັ່ງ​ ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ການ​ນໍາພາ​ຊີ້​ນໍາ​ການ​ກະກຽມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ ຄັ້ງ​ທີ XI ຂອງ​ພັກ ໃນ​ທ້າ​ຍກອງ​ປະຊຸມ ສຊປລ ຕາງໜ້າໃຫ້ພັກ-ລັດຖະບານ ​ມອບຫຼຽນໄຊພັດທະນາຊັ້ນ III ໃຫ້ 1 ກົມກອງ ຫຼຽນກາພັດທະນາ 1 ກົມກອງ ຫຼຽນກາແຮງງານ 1 ກົມກອງ ພ້ອມທັງມອບຫຼຽນກາທີ່ລະນຶກ 70 ວັນສ້າງຕັ້ງແນວລາວສ້າງຊາດ ໃຫ້ 83 ຄົນ ແລະ ມອບໃບຍ້ອງຍໍ ໃບຊົມເຊີຍ ແລະ ໃບກຽດຕິຄຸນ ໃຫ້​ແກ່ອົງ​ກອນ ນັກທຸລະກິດໜຸ່ມ ພະນັກ​ງານ​ບໍານານ ພະນັກງານ​ດີ​ເດັ່ນພາຍ​ໃນ ສຊປລ ອີກຈຳນວນໜຶ່ງ ທີ່ມີຜົນງານການການປະກອບສ່ວນ ໃນການພັດທະນາໄວໜູ່ມ ຊາວໜຸ່ມ ໃນການປະກອບ ສ່ວນສ້າງສາ ແລະ ພັດທະນາປະເທດຊາດ. 

                # ຂ່າວ & ພາບ : ບຸນມີ

error: Content is protected !!