ສັງທອງ ກຳນົດ 3 ເຂດພັດທະນາແຫຼ່ງທ່ອງທ່ຽວຫັນເປັນຕົວເມືອງ

    ທ່ານ ພົງສະຫວັນ ສີລິພັນ ເຈົ້າເມືອງສັງທອງ ນະຄອນຫຼວງວຽງຈັນ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ເປັນໄລຍະທີ່ພວມຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ 5 ປີ (2021-2025) ໃນແຜນດັ່ງກ່າວ ໄດ້ກຳນົດເຂດພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ ປະຫວັດສາດ ແລະ ວັດທະນະທຳຫັນເປັນຕົວເມືອງ ດ້ວຍການສ້າງ 3 ເຂດພັດທະນາຄື: ເຂດທີ 1 ບັນດາບ້ານທີ່ຕັ້ງລຽບຕາມແມ່ນໍ້າຕອນ ປະກອບມີ 16 ບ້ານ ສ້າງເປັນເຂດປູກເຂົ້າ ພືດຜັກ ແລະ ເຂດທ່ອງທ່ຽວທາງປະຫວັດສາດ ທໍາມະຊາດ ເຂດທີ 2 ບັນດາບ້ານທີ່ຕັ້ງຢູ່ລຽບແມ່ນໍ້າຂອງ ມີ 13 ບ້ານ ເປັນເຂດອຸດສາຫະກໍາ-ການຄ້າ ການບໍລິການທ່ອງທ່ຽວແມ່ນໍ້າຂອງ-ຊົມຕາເວັນຕົກຍາມແລງ ແລະ ການຜະລິດກະສິກໍາສະອາດ ເຂດທີ 3 ບັນດາບ້ານທີ່ຕັ້ງຢູ່ລຽບສາຍນໍ້າສັງ 6 ບ້ານ ເປັນເຂດລ້ຽງສັດໃຫຍ່ ປູກພືດອຸດສາຫະກໍາ ແລະ ທ່ອງທ່ຽວທາງທໍາມະຊາດ ຍົກລະດັບການພັດທະນາບັນດາບ້ານ ໃນເຂດເທສະບານຂອງເມືອງໃຫ້ຂະຫຍາຍຕົວເປັນກ້າວໆ ສ້າງແຜນຜັງຂອງເທສະບານເມືອງ ແລະ ແຜນຜັງຂອງບັນດາບ້ານໃນຊານເມືອງ ໃຫ້ກົມກຽວກັບແຜນຜັງສະບັບທີ 3 ຂອງນະຄອນຫຼວງວຽງຈັນ. 

    ພ້ອມນັ້ນ ໄດ້ວາງແຜນສືບຕໍ່ພັດທະນາເສດຖະກິດ-ສັງຄົມຂະຫຍາຍຕົວຕໍ່ເນື່ອງ ໃນລະດັບ 7,7% ຂຶ້ນໄປ ລວມຍອດຜະລິດຕະພັນພາຍໃນ ບັນລຸໃຫ້ໄດ້ 1.623 ຕື້ກີບ ສະເລ່ຍລາຍໄດ້ຕໍ່ຫົວຄົນ ໃຫ້ໄດ້ 45 ລ້ານກີບ ເທົ່າກັບ 5.132 ໂດລາສະຫະລັດ ຫຼືປະມານ 47 ລ້ານກວ່າກີບຕໍ່ຄົນຕໍ່ປີຂຶ້ນໄປ ທຽບໃສ່ປີ 2019 ເພີ່ມຂຶ້ນ 45% (ໃນປີ 2024) ໂຄງປະກອບເສດຖະກິດມີການຫັນປ່ຽນ ແລະ ບັນລຸໄດ້ຕາມຄາດໝາຍ ກະສິກໍາ-ປ່າໄມ້ ເພີ່ມຂຶ້ນ 5-6% ກວມ 26% ອຸດສາຫະກໍາ ເພີ່ມຂຶ້ນ 14-15% ກວມ 40% ແລະ ການບໍລິການ ເພີ່ມຂຶ້ນ 15-16% ກວມ 34%.

                # ຂ່າວ & ພາບ: ເພັດສະໝອນ

error: Content is protected !!