ລຸງຜາ ຢຶດຖືອາຊີບກະສິກໍາແບບປະສົມປະສານ ສ້າງລາຍຮັບເຂົ້າສູ່ຄອບຄົວ

    ລຸງ ຜາ ພະມີໄຊ ພະມີໄຊ ບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວັນທີ 7 ມັງກອນ 2021 ວ່າ: ໂດຍອີງໃສ່ທ່າແຮງ ແລະ ເງື່ອນໄຂເອື້ອອໍານວຍຂອງຄອບຄົວ ຕົນໄດ້ຍຶດຖືອາຊີບເຮັດນາປະສົມປະສານກັບການປູກຝັງ ແລະ ລ້ຽງສັດ ມາໄດ້ຫຼາຍກວ່າ 10 ປີແລ້ວ ເພື່ອຜະລິດເປັນສິນຄ້າສ້າງລາຍຮັບເຂົ້າສູ່ຄອບຄົວ ເຊິ່ງມີເນື້ອທີ່ດິນທັງໝົດ 15 ໄລ່ ໃນນີ້ ໄດ້ເຮັດນາທັງລະດູແລ້ງ ແລະ ລະດູຝົນ ໃນເນື້ອທີ່ 9 ໄລ່ ໄປຄຽງຄູ່ກັບການລ້ຽງງົວ ຄວາຍ ແລະ ແບ້ຈໍານວນໜຶ່ງ ເພື່ອນໍາໃຊ້ທີ່ດິນຂອງຕົນທີ່ຍັງເຫຼືອໃຫ້ເກີດຜົນປະໂຫຍດ ສ້າງລາຍຮັບເຂົ້າສູ່ຄອບຄົວໃນປີ 2010 ຈຶ່ງໄດ້ປຶກສາກັບຄອບຄົວ ເຮັດສວນປູກພືດຜັກຕາມລະດູການ ເປັນຕົ້ນ ໝາກຖົ່ວ ໝາກສາລີ ແລະ ໝາກແຕງ ເພື່ອຜະລິດເປັນສິນຄ້າຈໍາໜ່າຍໃຫ້ກັບທ້ອງຕະຫຼາດ ໂດຍມີແມ່ຄ້າບ້ານໃກ້ຄຽງມາຮັບຊື້ກັບທີ່.

    ສະເພາະປີ 2020 ລຸງຜາ ພະມີໄຊ ເກັບກ່ຽວຜົນຜະລິດເຂົ້ານາປີໄດ້ປະມານ 100 ເປົາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຜົນຜະລິດແມ່ນຫຼຸດລົງ ຍ້ອນສະພາບດິນຟ້າອາກາດແຫ້ງແລ້ງ ຫຍ້າເກີດຂຶ້ນຫຼາຍ ເຮັດໃຫ້ຜົນຜະລິດບໍ່ໄດ້ດີເທົ່າທີ່ຄວນ ແລະ ລາຍຮັບຈາກການຂາຍໝາກຖົ່ວ ໝາກສາລີ ສະເລ່ຍ 8.000.000 ກີບ ພາຍຫຼັງທີ່ສໍາເລັດເກັບກ່ຽວເຂົ້ານາປີແລ້ວ ກໍຂຸ້ນຂ້ຽວລົງມືໃສ່ການຜະລິດລະດູແລ້ງ ປັດຈຸບັນໄດ້ສໍາເລັດຫວ່ານເຂົ້ານາແຊງໃນເນື້ອທີ່ 8 ໄລ່ ແລະ ກໍາລັງບຸກເບີກພື້ນດິນປູກໝາກຖົ່ວເນື້ອທີ່ 2 ໄລ່ປາຍ ແລະ ໝາກສາລີຈໍານວນໜຶ່ງ ເຊິ່ງຄາດວ່າຈະເກັບຜົນຜະລິດໃນເດືອນເມສາ 2021 ໂດຍລາຄາຈໍາໜ່າຍແມ່ນອີງຕາມການເໜັງຕີງຂອງທ້ອງຕະຫຼາດ.

                # ຂ່າວ & ພາບ : ຂັນທະວີ

error: Content is protected !!