ໃນວັນທີ 7 ມັງກອນ 2021 ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ມອບເງິນ ຈຳນວນ 1,1 ຕື້ກີບ ໃຫ້ລັດຖະບານ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ທີ່ຈະຈັດຂຶ້ນໃນມໍ່ໆນີ້ ເຊິ່ງໃຫ້ກຽດຕາງໜ້າມອບໂດຍທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ຕາງໜ້າໃຫ້ລັດຖະບານ ກ່າວຮັບໂດຍ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ເພື່ອປະກອບສ່ວນເຮັດໃຫ້ການດຳເນີນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະສົບຜົນສຳເລັດຕາມຈຸດປະສົງ ແລະ ຄາດໝາຍ.
