ກຳມະບານພະແນກ ຖວທ ອວຍພອນປະທານກຳມະບານ ນວ

    ວັນທີ 7 ມັງກອນ 2021 ທ່ານ ແກ້ວວິໄລສັກ ແສນສັກດາ ປະທານສະຫະພັນຮາກຖານກຳມະບານພະແນກຖະແຫຼງຂ່າວ ວັດທະນະທຳແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ (ຖວທ ນວ) ພ້ອມດ້ວຍຄະນະ ໄດ້ໄປອວຍພອນທ່ານ ດາວເພັດ ອາລູນ ປະທານສະຫະພັນກຳມະບານນະຄອນຫຼວງວຽງຈັນ ໃນໂອກາດປີໃໝ່ສາກົນ 2021. 

    ໃນໂອກາດໄປອວຍພອນຄັ້ງນີ້ ທ່ານປະທານກຳມະບານຮາກຖານພະແນກ ຖວທ ນວ ໄດ້ແນະນຳຄະນະຊຸດໃໝ່ບາງທ່ານ ເນື່ອງຈາກຄະນະຊຸດເກົ່າບາງທ່ານໄດ້ເຈັບເປັນ ປິ່ນປົວຍາວນານ ແລະ ບາງທ່ານຖືກຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ບ່ອນອື່ນ ດັ່ງນັ້ນ ຈຶ່ງໄດ້ມີການປັບປຸງຄະນະໃໝ່ ປະກອບໃຫ້ຄົບຈຳນວນ 5 ທ່ານ ທັງນີ້ເພື່ອເຮັດໃຫ້ວຽກງານອົງການຈັດຕັ້ງກຳມະບານພະແນກ ຖວທ ນວ ດຳເນີນໄປມີຜົນສຳເລັດເປັນກ້າວໆ.

                # ຂ່າວ & ພາບ : ສົມສະຫວັນ

error: Content is protected !!