ຄະນະບໍລິຫານສູນກາງພັກສະໄໝທີ X ໄດ້ຊຸກຍູ້ປະຊາຊົນເມືອງປາກງື່ມເຮັດການຜະລິດເປັນສິນຄ້າ

    ທ່ານ ຄໍາໝູນ ຕຽງທະລາດ ເຈົ້າເມືອງປາກງື່ມ ໃຫ້ສໍາພາດວັນທີ 30 ທັນວາ 2020 ວ່າ: ຕະຫຼອດໄລຍະຜ່ານມາ ພາຍໃຕ້ການນໍາພາຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເຫັນວ່າປະເທດຊາດໄດ້ຮັບພັດທະນາຢ່າງຕໍ່ເນື່ອງ ໄປຕາມນະໂຍບາຍ ແລະ ແນວທາງຂອງສູນກາງພັກວາງອອກ ກໍຄືມະຕິ X ຂອງກົມການເມືອງສູນກາງພັກ ເວົ້າສະເພາະຢູ່ນະຄອນຫຼວງວຽງຈັນ (ນວ) ກໍາມະການສູນກາງ ແລະ ກົມການເມືອງສູນກາງພັກ ໄດ້ເອົາໃຈໃສ່ຊີ້ນໍາໃກ້ຊິດຕິດແທດຕະຫຼອດມາ ໂດຍໃຫ້ແຕ່ລະເມືອງສຸມໃສ່ການຈັດຕັ້ງປະຕິບັດທິດນໍາສາມສ້າງ ເປັນຕົ້ນ ການສ້າງບ້ານພັດທະນາ ແລະ ສ້າງເມືອງເຂັ້ມແຂງຮອບດ້ານ ຕິດພັນກັບການຜັນຂະຫຍາຍ 6 ສ ຂອງທ່ານເຈົ້າຄອງ ນວ ພິເສດ ເມືອງປາກງື່ມເປັນເມືອງໜຶ່ງທີ່ນອນໃນ 9 ຕົວເມືອງຂອງ ນວ ເຊິ່ງໃນຂັ້ນພື້ນຖານ ໄດ້ເອົາໃຈໃສ່ຊີ້ນໍາຊຸກຍູ້ສົ່ງເສີມການພັດທະນາພື້ນຖານໂຄງລ່າງ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນເປັນຮູບປະທໍາ ສະແດງອອກການຊຸກຍູ້ປະຊົາຊົນຜະລິດກະສິກໍາຜັກອິນຊີເປັນສິນຄ້າຢູ່ບ້ານທ່າຊ້າງ ເພື່ອສ້າງລາຍຮັບເຂົ້າສູ່ຄອບຄົວ ອັນໄດ້ເປັນຜົນງານອັນໜຶ່ງປະກອບສ່ວນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນເປັນກ້າວ. 

     ເພື່ອສ້າງຜົນງານຄໍານັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ເມືອງປາກງື່ມໄດ້ເອົາໃຈໃສ່ໂຄສະນາປຸກລະດົມໃຫ້ພໍ່ແມ່ປະຊາຊົນຮັບຮູ້ ເຊື່ອມຊຶມ ແລະ ເຂົ້າໃຈຕື່ມ ຕໍ່ທິດຊີ້ນໍາຂອງພັກ-ລັດໃນຕໍ່ໜ້າ ພ້ອມນັ້ນ ກໍໄດ້ຮັບການຊີ້ນໍາຈາກ ນວ ໃຫ້ສຸມໃສ່ສ້າງຂະບວນການອະນາໄມຕາມຖະໜົນຫົນທາງ ເພື່ອໃຫ້ເປັນບ້ານ ເມືອງສວຍສົດງົດງາມ ສະອາດງາມຕາ ກາຍເປັນເມືອງໜ້າຢູ່ ຍູ້ແຮງຂະບວນການຕ່າງໆຂອງວິຊາການປິ່ນອ້ອມ ເປັນຕົ້ນ ວຽກງານປ້ອງກັນຄວາມສະຫງົບ ການຈັດເກັບລາຍຮັບເຂົ້າງົບປະມານ ຊຸກຍູ້ການຜະລິດຂອງພໍ່ແມ່ປະຊາຊົນໃຫ້ກາຍເປັນສິນຄ້າ ແລະ ໂຄສະນາໃຫ້ພໍ່ແມ່ປະຊາຊົນເອົາໃຈໃສ່ຕື່ມ ໃນການສະກັດກັ້ນ ແລະ ປ້ອງກັນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢ່າງເຄັ່ງຄັດ.

                # ຂ່າວ & ພາບ : ຂັນທະວີ

error: Content is protected !!