ໂຄງການກໍ່ສ້າງທາງລົດ ໄຟລາວ-ຈີນ ມີຄວາມຄືບໜ້າຕໍ່ເນື່ອງ ການປູລາງລົດໄຟສຳເລັດແລ້ວ 242 ກິໂລແມັດ ແລະ ຄາດວ່າຈະໃຫ້ສຳເລັດການປູລາງລົດໄຟໃນກາງເດືອນພຶດສະພາຈະມາເຖິງນີ້.
ກອງປະຊຸມລາຍງານຄວາມຄືບໜ້າ ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ໄດ້ຈັດຂຶ້ນທີ່ຫ້ອງປະຊຸມຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໃນວັນທີ 6 ມັງກອນ 2021 ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ປະທານຄະນະກວດກາສູນກາງພັກ-ອົງການກວດກາລັດຖະບານ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ແລະ ຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເຂົ້າຮ່ວມມີທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ທັງເປັນຮອງຫົວໜ້າຄະນະຊີ້ນໍາໂຄງການກໍ່ສ້າງທາງລົດໄຟລາວ-ຈີນ (ຜູ້ປະຈໍາການ) ຄະນະພັກ-ຄະນະນໍາ ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ປະທານສະພາບໍລິຫານບໍລິສັດທາງລົດໄຟລາວ-ຈີນເຂົ້າຮ່ວມ.

ທ່ານ ຈູ່ ກົ໋ວຈຽງ ປະທານສະພາບໍລິຫານ ບໍລິສັດທາງລົດໄຟລາວ-ຈີນ ໄດ້ເຂົ້າລາຍງານສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ວ່າ: ມາຮອດວັນທີ 31 ທັນວາ 2020 ໂຄງການກໍ່ສ້າງສະເພາະແລວທາງສໍາເລັດ 422,2 ກິໂລແມັດ ໂຄງການກໍ່ສ້າງຂົວ ເຈາະອຸໂມງສໍາເລັດແລ້ວ 95% ໂຄງການປູລາງລົດໄຟໄລຍະບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ສໍາເລັດແລ້ວ 242 ກິໂລແມັດ ປັດຈຸບັນຮອດແຂວງຫຼວງພະບາງ ຕາມແຜນແມ່ນຈະໃຫ້ປູລາງລົດໄຟສໍາເລັດໃນກາງເດືອນພຶດສະພາ 2021 ວຽກງານສະຖານີລົດໄຟໄລຍະບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ມີສະຖານີບໍ່ເຕ່ນ ສະຖານີຫຼວງພະບາງ ສະຖານີວັງວຽງ ສະຖານີນະຄອນຫຼວງວຽງຈັນ ແລະ ສະຖານີອື່ນໆ ລວມ 10 ສະຖານີ ແມ່ນສໍາເລັດດ້ານວິສະວະກຳໂຍທາໂຄງສ້າງແລ້ວ (ສະເພາະສະຖານີລົດໄຟນະຄອນຫຼວງວຽງຈັນ ຊຶ່ງເປັນສະຖານີໂດຍສານທີ່ໃຫຍ່ທີ່ສຸດຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການມຸງຫຼັງຄາໃນວັນທີ 19 ພະຈິກ) ຕາມແຜນແມ່ນຈະດໍາເນີນໃຫ້ສໍາເລັດໃນເດືອນສິງຫາ 2021 ມາຮອດວັນທີ 29 ກັນຍາ ອຸໂມງຈໍານວນ 75 ແຫ່ງແມ່ນໄດ້ຊີເຈາະສໍາເລັດທັງໝົດ ແລະ ໂຄງການກໍ່ສ້າງໄລຍະວຽງຈັນໃຕ້ແມ່ນໄດ້ເປີດການກໍ່ສ້າງໃນວັນທີ 25 ກໍລະກົດ.
ໂອກາດດັ່ງກ່າວ ທ່ານ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານ ຈູ່ ກົ໋ວຈຽງ ທີ່ໄດ້ມາລາຍງານຄວາມຄືບໜ້າການກໍ່ສ້າງທາງລົດໄຟ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ ພ້ອມທັງຊີ້ນໍາວຽກງານຫຼາຍດ້ານໃນການກໍ່ສ້າງໂຄງການທາງລົດໄຟລາວ-ຈີນ ເພື່ອເຮັດໃຫ້ການກໍ່ສ້າງທາງລົດໄຟລາວ-ຈີນ ດຳເນີນໄປດ້ວຍຄວາມສະດວກ ວ່ອງໄວ ສໍາເລັດຕາມກຳນົດເວລາ ຮັບປະກັນຄຸນນະພາບ ແລະ ເຮັດໃຫ້ກາຍເປັນໂຄງການປອດໃສ ຂາວສະອາດຢ່າງແທ້ຈິງ ແມ່ນເປົ້າໝາຍຂອງສອງລັດຖະບານລາວ-ຈີນ.
# ຂ່າວ & ພາບ : ໄຊບັນດິດ