ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍມີທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ມີຮອງນາຍົກລັດຖະມົນຕີ ບັນດາຄະນະລັດຖະບານ ລັດຖະມົນຕີ ພ້ອມດ້ວຍເຈົ້າແຂວງ ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາໃນຫຼາຍບັນຫາສຳຄັນ ທີ່ສະເໜີໂດຍ ບັນດາກະຊວງອ້ອມຂ້າງສູນກາງ ເປັນຕົ້ນ ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020) ການສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ສປປ ລາວ ແລະ ການຈັດຕັ້ງປະຕິບັດຄຳສັ່ງວ່າດ້ວຍ ການປັບປຸງວຽກງານບໍລິການ ການອອກໃບອະນຸຍາດລົງທຶນ ແລະ ການອອກໃບອະນຸຍາດດຳເນີນທຸລະກິດ ຮ່າງແຜນຍຸດທະສາດ ການສົ່ງເສີມຜະລິດເປັນສິນຄ້າ ຕິດພັນກັບກົນໄກ ການເຂົ້າເຖິງຕະຫຼາດຈໍາໜ່າຍສິນຄ້າ ແລະ ການຄ້າຊາຍແດນ.

ພ້ອມນັ້ນ ຍັງໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນ ກ່ຽວກັບການຄົ້ນຄວ້າການຫັນຊັບສິນຂອງລັດເປັນທຶນ ຜົນການຕິດຕາມ ຊຸກຍູ້ການຈັດຕັ້ງປະຕິບັດຄໍາສັ່ງ 15/ນຍ ປີ 2020 ການກະກຽມໃຫ້ແກ່ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ (LDCs) ຜົນການຈັດຕັ້ງປະຕິບັດແຜນແກ້ໄຂບັນຫາຄົນຕ່າງປະເທ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມກົດໝາຍຂອງ ສປປ ລາວ ການຈັດຕັ້ງປະຕິບັດການແກ້ໄຂຜົນກະທົບ ແລະ ຜັັນຂະຫຍາຍນະໂຍບາຍ ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກການລະບາດຂອງພະຍາດ COVID-19 ຕໍ່ເສດຖະກິດຂອງລາວ ພ້ອມທັງຜັນຂະຫຍາຍຜົນກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີ ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 43 ປະຈຳປີ 2020 ຫຼັງຈາກນັ້ນ ບັນດາຄະນະລັດຖະບານ ເຈົ້າແຂວງ ຮອງເຈົ້າແຂວງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ກໍໄດ້ພ້ອມກັນປະກອບຄຳຄິດຄຳເຫັນ ໃສ່ຫຼາຍບັນຫາສຳຄັນຢ່າງກົງໄປກົງມາ.

ໂອກາດດັ່ງກ່າວ ທ່ານ ທອງລຸນ ສີສຸລິດ ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຍົກສູງຄວາມຮັບຜິດຊອບໃນການລາຍງານໃຫ້ກະທັດຮັດ ຊັດເຈນ ໃຫ້ມີຈຸດສຸມໃນຂອບເວລາທີ່ໄດ້ກຳນົດ ສ່ວນການປະກອບຄຳຄິດຄຳເຫັນ ແມ່ນໃຫ້ລົງເລິກບັນຫາທີ່ເປັນຂໍ້ຄົງຄ້າງ ພ້ອມທັງວິເຄາະ ວິໄຈ ສາເຫດ ແລະ ສະເໜີທິດທາງ ມາດຕະການໃນການແກ້ໄຂໃນ 6 ເດືອນຕົ້ນປີ 2021.

# ຂ່າວ & ພາບ : ໄຊບັນດິດ