ເພີ່ມມາດຕະການປ້ອງກັນຕົນເອງເວລາອອກໄປນອກເຮືອນ ຫຼີກລ່ຽງນຳເຊື້ອພະຍາດມາຕິດໃສ່ສະມາຊິກໃນຄອບຄົວ​

    ໃນໄລຍະຜ່ານມາ ກໍຄືປັດຈຸບັນ ລັດຖະບານໄດ້ອອກຫຼາຍມາດຕະການເພື່ອເພີ່ມທະວີມາດຕະການສະກັດກັ້ນການລະບາດ ແລະ ຄວບຄຸມພະຍາດ Covid-19 ໂດຍສະເພາະແມ່ນຄຳສັ່ງເລກທີ 06/ນຍ ທີ່ໄດ້ລະບຸໃຫ້ພະນັກງານລັດຖະກອນ ລວມທັງປະຊາຊົນລາວທຸກຄົນ ບໍ່ໃຫ້ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ ຍົກເວັ້ນແຕ່ກໍລະນີຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ ບໍລິໂພກ ໄປໂຮງໝໍ ປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ ຜູ້ທີ່ມີຄວາມຈຳເປັນຕ້ອງໄປທຳການຜະລິດ ເພື່ອເປັນສະບຽງອາຫານ ສາມາດໄປໄດ້ ແຕ່ການອອກໄປຂ້າງນອກນັ້ນ ແມ່ນມີຄວາມສ່ຽງໃນການຕິດເຊື້ອພະຍາດເຂົ້າມາສູ່ຄອບຄົວ ສະນັ້ນ ທຸກຄົນທີ່ຈຳເປັນຕ້ອງອອກນອກເຮືອນ ຕ້ອງພ້ອມກັນເພີ່ມທະວີມາດຕະການປ້ອງກັນຕົນເອງຢ່າງເຄັ້ມງວດເພື່ອບໍ່ໃຫ້ນຳເຊື້ອມາຕິດໃສ່ສະມາຊິກໃນຄອບຄົວ ໂດຍສະເພາະຜູ້ທີ່ມີພູມຄຸ້ມກັນຕໍ່າຄື ຜູ້ອາຍຸສູງ ແລະ ເດັກນ້ອຍ. 

    ທ່ານ ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໄດ້ກ່າວວ່າ: ສຳລັບຜູ້ທີ່ມີຄວາມຈຳເປັນຕ້ອງໄດ້ອອກໄປຂ້າງນອກ ໂດຍສະເພາະຜູ້ທີ່ຕ້ອງໄປຊື້ເຄື່ອງອຸປະໂພກ ບໍລິໂພກຢູ່ຕະຫຼາດ ສະນັ້ນ ຜູ້ທີ່ໄປ ຄວນຫຼີກເວັ້ນການໄປແຫຍ້ຊື້ບ່ອນທີ່ມີຄົນແອອັດ ພ້ອມທັງຕ້ອງໄດ້ປ້ອງກັນໂຕເອງຄື ເວລາອອກໄປຂ້າງນອກຕ້ອງໄດ້ໃສ່ຜ້າອັດປາກ ເພື່ອປ້ອງກັນລະອອງຝອຍຈາກການໄອ ຈາມ ແລະ ຖົງມືເພື່ອຫຼີກລ່ຽງການສຳຜັດເຊື້ອໂດຍກົງ ພົກພາເຈວລ້າງມືໄປນໍາ ເພື່ອນຳມາລ້າງມືຫຼັງສຳຜັດສິ່ງຂອງ. 

    ສຳລັບຜູ້ຂາຍນັ້ນ ຕ້ອງປ້ອງກັນຕົນເອງບໍ່ໃຫ້ຕິດເຊື້ອພະຍາດ ເພາະປັດຈຸບັນບໍ່ສາມາດຮູ້ໄດ້ວ່າບຸກຄົນໃດຕິດເຊື້ອ ແລະ ບໍ່ຕິດເຊື້ອ ສະນັ້ນ ຜູ້ຂາຍຕ້ອງໄດ້ໃສ່ຜ້າອັດປາກ ແລະ ຖົງມືເຊັ່ນກັນ ຫຼີກລ່ຽງການຢູ່ໃກ້ຊິດ ໂດຍໃຫ້ເວັ້ນໄລຍະຫ່າງດ້ວຍການນຳສິ່ງຂອງມາກັ້ນໄວ້ກໍຈະເປັນການດີ ຫຼື ນໍາເອົາກະຕ່າມາວາງໄວ້ດ້ານໜ້າ ເວລາລູກຄ້າສັ່ງຊື້ເຄື່ອງ ກໍເອົາໄປໄວ້ໃນກະຕ່າ ແລ້ວໃຫ້ລູກຄ້າມາຈັບເອົາ ນັ້ນກໍເພື່ອຫຼີກລ່ຽງການສຳຜັດໂດຍກົົງ ລ້າງມືເລື້ອຍໆພາຍຫຼັງສຳຜັດສິ່ງຂອງ ແລະ ຄວນວາງເຈວລ້າງມື້່ໄວ້ໜ້າຮ້ານ. 

    ສຳລັບບຸກຄົນທີ່ອອກໄປຂ້າງນອກ ເວລາກັບມາເຮືອນຄວນປະຕັດມາດຕະການປ້ອງກັນຢ່າງເຂັ້ມງວດຄື: ຕ້ອງລ້າງມືທຸກຄັ້ງກ່ອນເຂົ້າມາພາຍໃນເຮືອນ ແກ້ເຄື່ອງນຸ່ງອອກແລ້ວນຳໄປຊັກທັນທີ ພ້ອມທັງ ອາບນໍ້າຊຳລະຮ່າງກາຍໃຫ້ສະອາດທຸກຄັ້ງຫຼັງອອກນອກເຮືອນ ຖ້າທຸກຄົນຫັນມາປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ກໍຈະສາມາດຫຼຸດຈາກການຕິດເຊື້ອໄດ້.

error: Content is protected !!