ສະມາຄົມລວມຈີນດຽວດ້ວຍສັນຕິ ມອບອາຫານມູນຄ່າ 150 ລ້ານກີບ ໃຫ້ໂຮງໝໍຕ່າງໆ

    ສະມາຄົມລວມຈີນດຽວດ້ວຍສັນຕິ ໄດ້ລະດົມທຶນຮອນຈາກສະມາຊິກ ມູນຄ່າ 150 ລ້ານກີບ ເພື່ອຊື້ອາຫານ (ເຂົ້າກ່ອງ) ໄປມອບໃຫ້ໂຮງໝໍມະໂຫສົດ ໂຮງໝໍມິດຕະພາບ 150 ຕຽງ ໂຮງໝໍສູນກາງ 103 ແລະ ໂຮງໝໍເສດຖາທິຣາດ ເພື່ອປະກອບສ່ວນຊ່ວຍເຫຼືອດ້ານອາຫານໃນໄລຍະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ (COVID-19).

    ພິທີມອບ-ຮັບອາຫານໃຫ້ໂຮງໝໍມະໂຫສົດ ຈັດຂຶ້ນວັນທີ 3 ເມສາ 2020 ເຊິ່ງມອບໂດຍທ່ານ ສົມປະສົງ ຈັນທະວົງ ປະທານຜູ້ປະຈໍາການສະມາຄົມລວມຈີນດຽວດ້ວຍສັນຕິ ທ່ານ ໄຊປະເສີດ ຕັງຊະນະ ເລຂາທິການສະມາຄົມລວມຈີນດຽວດ້ວຍສັນຕິ ທ່ານ ບຸນສົງ ສະຫວັນວາລີ ຮອງປະທານສະມາຄົມລວມຈີນດຽວດ້ວຍສັນຕິ ແລະ ຮັບໂດຍທ່ານ ພິສິດ ພຸດສະຫວັດ ຜູ້ອໍານວຍການໃຫຍ່ໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ໂດຍມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ເລັ່ງ ສະຫວັນວາລີ ປະທານສະມາຄົມລວມຈີນດຽວດ້ວຍສັນຕິ ໃຫ້ສໍາພາດວັນທີ 2 ເມສາ 2020 ວ່າ: ສະມາຄົມລວມຈີນດຽວດ້ວຍສັນຕິ ພ້ອມດ້ວຍຊາວຈີນພົ້ນທະເລ ນະຄອນຫຼວງວຽງຈັນ ຈະມອບອາຫານໃຫ້ໂຮງໝໍ 4 ແຫ່ງດັ່ງກ່າວ ເພື່ອໃຫ້ທ່ານໝໍ ພະຍາບານ ແລະ ພະນັກງານທີ່ເຮັດວຽກຢູ່ໂຮງໝໍໄດ້ກິນ ໃນໄລຍະການປ້ອງກັນ ຄວບຄຸມ ແລະ ສະກັດກັ້ນພະຍາດ COVID-19 ເຖິງວ່າພວກເຮົາເປັນຊາວຈີນຕ່າງດ້າວ ແຕ່ຖືວ່າເປັນຊະຕາກໍາອັນດຽວກັນກັບຄົນລາວ ເມື່ອປະເທດຊາດໄດ້ຮັບຄວາມຫຍຸ້ງຍາກ ພວກເຮົາກໍໄດ້ພ້ອມພຽງກັນ ແລະ ປະກອບສ່ວນຊ່ວຍເຫຼືອປະຊາຊົນລາວຫຼຸດພົ້ນຈາກວິກິດຄວາມຫຍຸ້ງຍາກ ໃນນີ້ຈະມອບອາຫານໃຫ້ໂຮງໝໍລະ 300 ຊຸດຕໍ່ວັນ ໝູນວຽນຈົນຄົບ 1 ເດືອນ ນອກນີ້ຍັງຈະໄປມອບໃຫ້ເດັກນ້ອຍພິການ ຢູ່ສູນຟື້ນຟູ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ຕື່ມອີກ ໃນໄລຍະຜ່ານມາ ສະມາຄົມລວມຈີນດຽວດ້ວຍສັນຕິ ແລະ ຊາວຈີນພົ້ນທະເລ ນະຄອນຫຼວງວຽງຈັນ ກໍໄດ້ປະກອບ ສ່ວນຢ່າງຫຼວງຫຼາຍໃຫ້ສັງຄົມ ໂດຍສະເພາະໄລຍະເກີດໄພພິບັດ ໄດ້ມອບເງິນໃຫ້ແຂວງອັດຕະປື 180 ລ້ານກີບ ແຂວງຄໍາມ່ວນ 50 ລ້ານກີບ ແຂວງສະຫວັນນະເຂດ 50 ລ້ານກີບ ໃນໄລຍະການແຜ່ລະບາດຂອງພະຍາດ COVID-19 ຢູ່ ສປ ຈີນ ກໍໄດ້ຊ່ວຍເຫຼືອປະເທດຈີນ 150 ລ້ານ ໂດຍຜ່ານສະມາຄົມມິດຕະພາບ ລາວ-ຈີນ ແລະ ຄັ້ງນີ້ກໍໄດ້ຊ່ວຍເຫຼືອດ້ານອາຫານຕື່ມອີກ ເຊິ່ງພາຍຫຼັງມອບໃຫ້ໂຮງໝໍມະໂຫສົດແລ້ວ ຈະສືບຕໍ່ໄປມອບໃຫ້ 3 ໂຮງໝໍ ແລະ ສູນຟື້ນຟູ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ຕາມລໍາດັບ. 

error: Content is protected !!