ນວ ມີອັກຄີໄພເກີດຂຶ້ນເກືອບ 60 ຄັ້ງໃນປີ 2020

    ໃນປີ 2020 ຜ່ານມາ ທົ່ວນະຄອນຫຼວງວຽງຈັນ ມີອັກຄີໄພເກີດຂຶ້ນທັງໝົດ 57 ຄັ້ງ ໃນນີ້ ໄຟໄໝ້ໃຫຍ່ 2 ຄັ້ງ ໄໝ້ກາງ 4 ຄັ້ງ ແລະ ໄໝ້ນ້ອຍ 47 ຄັ້ງ ສະພາບຄວາມເສຍຫາຍ ມີເຮືອນ 33 ຫຼັງ ລົດຈັກ 4 ຄັນ ລົດເກງ 2 ຄັນ ລົດຕູ້ສະຕາແລັກ 1 ຄັນ ລົດຈິບ 2 ຄັນ ແລະ ລົດເມ 45 ບ່ອນນອນ 1 ຄັນ ໄໝ້ປ່າຫຍ້າ 16 ແຫ່ງ ຫໍພັກໂຮງງານທີ່ໄອເຕັກ 1 ຫຼັງ ລວມ 9 ຫ້ອງ ໂຮງງານຜະລິດຜ້າເສື່ອ 1 ຫຼັງ ຫ້ອງອາຫານ 3434 ສະເຕຊັ່ນ 1 ຫ້ອງ ຮ້ານຂາຍເຄື່ອງອາເວີຍການຄ້າ 1 ຫຼັງ ຫ້ອງອາຫານ ແລະ ຫ້ອງກິນເຂົ້າ ໂຮງແຮມດອນຈັນພາເລດ 1 ຫຼັງ ຫ້ອງຄົວບໍລິສັດ ພົງຊັບທະວີ 1 ຫ້ອງ ກຸດຕິວັດ 1 ຫຼັງ ແລະ ໄໝ້ກົງເຕີໄຟຟ້າ 5 ໜ່ວຍ ແລະ ມີຜູ້ເສຍຊີວິດຈຳນວນ 2 ຄົນ ມູນຄ່າຄວາມເສຍຫາຍ ມີເງິນກີບ 1 ຕື້ກວ່າກີບ ເງິນບາດ 15 ລ້ານກວ່າບາດ ແລະ ເງິນໂດລາສະຫະລັດ 5 ແສນກວ່າໂດລາ.

    ສາເຫດທີ່ພາໃຫ້ເກີດໄຟໄໝ້ ເກີດຈາກໄຟຟ້າຊ໋ອດ 22 ຄັ້ງ ໃຕ້ທູບທຽນບູຊາ 5 ຄັ້ງ ໄຟຂັດຂ້ອງທາງດ້ານເຕັກນິກຂອງລົດ 3 ຄັ້ງ ຈູດປ່າຊະຊາຍ 16 ຄັ້ງ ຈູດວາງເພີງ 2 ຄັ້ງ ໃຕ້ທູບອູດຍຸງ 1 ຄັ້ງ ຈູດທຳລາຍຕີນລົດເກົ່າແລ້ວລາມ 1 ຄັ້ງ ໃຕ້ກະຕຽງແລ້ວລືມມອດ 1 ຄັ້ງ ມົ່ວສຸມຢາເສບຕິດ 1 ຄັ້ງ ຈອດເຫຼັກເຮັດໂຄງຫຼັງຄາແລ້ວເກີດໄໝ້ 2 ຄັ້ງ ຈູດຂີ້ເຫຍື້ອແລ້ວລາມ 1 ຄັ້ງ ບໍ່ຮູ້ສາເຫດ 1 ຄັ້ງ ແລະ ຈູດຕົວເອງຕາຍໃສ່ເຮືອນ 1 ລາຍ.

                     # ຂ່າວ & ພາບ : ຊິລິການດາ

error: Content is protected !!