ສະຫະກອນທົ່ງມັງ ສາມາດຜະລິດພືດຜັກໄດ້ 4 ໂຕນ ສ້າງລາຍຮັບໃຫ້ສະມາຊິກ 6 ລ້ານກີບຕໍ່ເດືອນ

    ທ່ານ ນາງ ຄຳມອນ ຫຼວງລາດ ປະທານສະຫະກອນທົ່ງມັງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດໃນວັນທີ 5 ມັງກອນ 2021ວ່າ: ກ່ອນທີ່ຈະມີການຕັ້ງເປັນກຸ່ມການຜະລິດ ເຫັນວ່າປະຊາຊົນຜູ້ຜະລິດພົບກັບຄວາມຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະກໍແມ່ນຕະຫຼາດຮອງຮັບ ແຕ່ຫຼັງຈາກທີ່ມາຮ່ວມກຸ່ມກັນໃນປີ 2016 ເຮັດໃຫ້ການຜະລິດສະດວກຫຼາຍຂຶ້ນ ໃນແຕ່ລະເດືອນສາມາດສົ່ງຜັກອອກຂາຍສູ່ທ້ອງຕະຫຼາດສະເລ່ຍບໍ່ຫຼຸດ 4 ໂຕນຕໍ່ເດືອນ ມີສະມາຊິກຈຳນວນ 44 ຄອບຄົວ ສ້າງລາຍຮັບໄດ້ 5-6 ລ້ານກີບຕໍ່ເດືອນຕໍ່ຄອບຄົວ ມີເນື້ອທີ່ການຜະລິດເກືອບ 37,5 ເຮັກຕາ ໃນນັ້ນ ຜະລິດແບບກະສິກຳອິນຊີ 31,5 ເຮັກຕາ ກຳລັງປັບປຸງດິນເພື່ອຫັນປ່ຽນເປັນກະສິກຳອິນຊີ 6 ເຮັກຕາ ລວມມີການປູກພືດຜັກອິນຊີ 8 ຈຸດ ມີເຮືອນຮົ່ມ 150 ຫຼັງ.

    ທ່ານ ນາງຄຳມອນ ຫຼວງລາດໃຫ້ຮູ້ຕື່ມອີກວ່າ : ນັບຕັ້ງແຕ່ຕົ້ນປີທີ່ມີການລະບາດຂອງພະຍາດໂຄວິດ-19 ເສດຖະກິດຫຼາຍຂະແໜງການແມ່ນໄດ້ຮັບຜົນກະທົບ ສຳລັບການຜະລິດກະສິກຳແມ່ນກະທົບບໍ່ຫຼາຍ ພ້ອມກັນນີ້ ຍັງສາມາດຈຳໜ່າຍໄດ້ດີ ແລະ ໃນຍຸກປັດຈຸບັນ ເປັນຍຸກທີ່ນຳໃຊ້ເຕັກໂນໂລຊີ ບັນດາຊາວກະສິກອນໄດ້ນຳໃຊ້ເຕັກຕິກເຂົ້າມາຊ່ວຍ ເຊັ່ນ ລະບົບນໍ້າ ຂຸດດິນ ແລະ ການເຂົ້າເຖິງລູກຄ້າຜ່ານທາງອອນລາຍຫຼາຍຂຶ້ນ ຖືໄດ້ວ່າເປັນການປັບຕົວເຂົ້າກັບຊີວິດແບບໃໝ່ປົກກະຕິ ຫຼື NEW NORMAL ເຊິ່ງປັດຈຸບັນນີ້ ທາງສະຫະກອນຂອງພວກເຮົາໄດ້ນຳໃຊ້ລະບົບກຸ່ມຂອງວ໋ອດແອບ ຫຼື ທາງເຟສບຸກ ໄດ້ຂາຍກະຕ່າຜັກອອນລາຍ ດ້ວຍການເຮັດກະຕ່າຜັກອອນລາຍມາໄດ້ 2 ປີ ເຊິ່ງໄດ້ຮັບການຕອບຮັບດີ ສຳລັບກະຕ່າໝາກໄມ້ ຂາຍກະຕ່າລະ 160.000 ກີບ ສ່ວນກະຕ່າຜັກ ຂາຍໃນລາຄາ 120.000 ກີບ ພິເສດ ປັດຈຸບັນ ຄົນລາວໄດ້ຫັນມານິຍົມບໍລິໂພກຜັກກະສິກຳອິນຊີ ໃນໄລຍະ 5 ເດືອນຜ່ານມາ ແມ່ຄ້າໄດ້ຫັນມານຳເອົາຜັກຈາກສະຫະກອນຂອງພວກເຮົານຳໄປຈຳໜ່າຍຫຼາຍຂຶ້ນ ດັ່ງນັ້ນ ເພື່ອເປັນການຊຸກຍູ້ສົ່ງເສີມຜະລິດຕະພັນລາວ ຄົນລາວຄວນຫັນມາສົ່ງເສີມສິນຄ້າລາວ ກໍຄືລາວຊ່ວຍລາວ.

    ສຳລັບທ່ານໃດທີ່ຕ້ອງການສົ່ງເສີມ ແລະ ອຸດໜູນຜົນຜະລິດຂອງສະຫະກອນທົ່ງມັງ ສາມາດໄປອຸດໝູນໄດ້ທີ່ຕະຫຼາດກະສິກຳອິນຊີ ຕັ້ງຢູ່ຕໍ່ໜ້າສູນການຄ້າວຽງຈັນເຊັນເຕີ ໃນວັນພຸດ ວັນສຸກ ແລະ ວັນອາທິດ.

                     # ຂ່າວ & ພາບ : ເພັດສະໝອນ

error: Content is protected !!