ເຈົ້າຄອງນະຄອນຫຼວງ ຢ້ຽມຊົມງານຜະລິດຕະພັນລາວ

    ວັນທີ 31 ທັນວາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນພ້ອມຄະນະ ໄດ້ທ່ຽວຊົມ ແລະ ຊຸກຍູ້ງານວາງສະແດງຜະລິດຕະພັນລາວ 2020 ທີ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ຖືກຕ້ອນຮັບຈາກທ່ານ ສັງຄົມ ຈັນສຸກ ປະທານສະພາການຄ້າ ແລະ ອຸດສະຫະກໍານະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະກໍາມະການຈັດງານ ແລະ ຫົວໜ່ວຍທຸລະກິດຈໍານວນໜຶ່ງ.

    ການຢ້ຽມຢາມຄັ້ງນີ້ ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮັບຟັງສະພາບການຈັດງານຜະລິດຕະພັນລາວຕັ້ງແຕ່ວັນທີ 25 ທັນວາ 2020 ເປັນຕົ້ນມາ ຈົນຮອດປັດຈຸບັນ ເຊິ່ງໃນງານດັ່ງກ່າວ ໄດ້ນໍາເອົາຜະລິດຕະພັນທີ່ເປັນສີໄມ້ລາຍມືຂອງຄົນລາວໃນບັນດາແຂວງ ນະຄອນຫຼວງວຽງຈັນ ເຂົ້າຮ່ວມວາງສະແດງ ແລະ ຈໍາໜ່າຍ ພ້ອມນັ້ນ ທ່ານກໍໄດ້ຕີລາຄາສູງຕໍ່ກັບຜະລິດຕະພັນທີ່ຜະລິດ ແລະ ປະດິດຈາກຫົວຄິດປະດິດສ້າງ ແລະ ພູມປັນຍາຂອງລາວ ໂດຍລວມເຫັນວ່າຜະລິດຕະພັນແຕ່ລະປະເພດແມ່ນໄດ້ຮັບການພັດທະນາກ້າວໄປສູ່ຄຸນນະພາບດີຂຶ້ນເປັນລໍາດັບ ແລະ ທຽບເທົ່າກັບສາກົນ ຄາດວ່າຜະລິດຕະພັນດັ່ງກ່າວຈະຖືກສົ່ງອອກໄປຈໍາໜ່າຍຢູ່ຕ່າງປະເທດໃນມໍ່ໆນີ້.

​                              # ຂ່າວ & ພາບ: ຂັນທະວີ

error: Content is protected !!