ປະກາດການແຕ່ງຕັ້ງບຸຄະລາກອນອົງການປົກຄອງ ນວ

ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ວັນທີ 30 ທັນວາ 2020 ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ໄດ້ຜ່ານຮ່າງມະຕິກອງປະຊຸມຄະນະປະຈໍາຂອງສະພາປະຊາຊົນ ນວ ຊຸດທີ I ວ່າ:  ອີງຕາມມາດຕາ  36  ຂອງກົດໝາຍວ່າດ້ວຍການປັບປຸງບາງມາດຕາ ຂອງກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ ສະບັບເລກທີ 82/ສພຊ ອີງຕາມໜັງສືສະເໜີ ສະບັບເລກທີ 04/ຈນວ ລົງວັນທີ 23 ທັນວາ 2020 ເຈົ້າຄອງ ນວ ກ່ຽວກັບການສະເໜີພິຈາລະນາ ຮັບຮອງເອົາການແຕ່ງຕັ້ງບຸຄະລາກອນຂອງອົງການປົກຄອງ ນວ.

    ຜ່ານການຄົ້ນຄວ້າ ປະກອບຄໍາເຫັນຢ່າງເລິກເຊິ່ງ ດ້ວຍການເສີມຂະຫຍາຍສິດປະຊາທິປະໄຕຂອງບັນດາທ່ານຄະນະປະຈໍາສະພາປະຊາຊົນ ນວ ຄະນະປະຈໍາສະພາປະຊາຊົນ ນວ ຕົກລົງຮັບຮອງແຕ່ງຕັ້ງທ່ານ ວິໄລສັກ ນາມມຸນຕີ ກໍາມະການພັກ ນວ ເຈົ້າເມືອງສີໂຄດຕະບອງ ເປັນປະທານອົງການກວດກາລັດ ນວ ທ່ານ ພູວົງ ວົງຄໍາຊາວ ກໍາມະການປະຈໍາພັກ ຫົວໜ້າຄະນະໂຄສະນາອົບຮົມ ນວ ເປັນຮອງເຈົ້າຄອງ ນວ ແລະ ຮັບຮອງເອົາການແຕ່ງຕັ້ງທ່ານ ບຸນຊົມ ຊົງວິໄລ ຮອງຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ ເປັນຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ນວ.

​                           # ຂ່າວ & ພາບ: ຂັນທະວີ

error: Content is protected !!