ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ I ໄດ້ອັດລົງຢ່າງຈົບງາມ

    ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ I ໄດ້ອັດລົງຢ່າງຈົບງາມໃນວັນທີ 30 ທັນວາ 2020 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຮອງເຈົ້າຄອງ ຫົວໜ້າພະແນກ ຮອງພະແນກ ສະມາຊິກສະພາແຫ່ງຊາດ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ແລະ ແຂກຖືກເຊີນເຂົ້າຮ່ວມ.

    ທ່ານ ອານຸພາບ ຕຸນາລົມ ໄດ້ກ່າວປິດກອງປະຊຸມໃນຄັ້ງນີ້ວ່າ: ຕະຫຼອດໄລຍະເວລາ 3 ວັນຜ່ານມາ ບັນດາທ່ານຜູ້ແທນໄດ້ສຸມທຸກສະຕິປັນຍາ ໃນການຄົ້ນຄວ້າ ປະກອບຄວາມຄິດເຫັນຢ່າງມີເຫດຜົນ ກົງໄປກົງມາ ມີຄວາມເປັນເອກະພາບໃນການຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສຳຄັນຕ່າງໆຂອງນະຄອນຫຼວງວຽງຈັນຄື: ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງວຽງຈັນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2020 ແລະ ແຜນການປີ 2021 ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງອົງການປົກຄອງນະຄອນຫຼວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2020 ແລະ ທິດທາງແຜນການປະຈໍາປີ 2021 ໄດ້ຮັບຟັງການທາບທາມຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງນະຄອນຫຼວງ (2021-2025) ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານປີ 2020 ແລະ ທິດທາງແຜນການ ປີ 2021 ຂອງອົງການກວດສອບປະຈຳພາກກາງ ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ຂອງນະຄອນຫຼວງ ໄດ້ພິຈາລະນາ ແລະ ຮັບຮອງເອົາບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈຳປີ 2020 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2021 ຂອງອົງການໄອຍະການປະຊາຊົນ ແລະ ສານປະຊາຊົນນະຄອນຫຼວງ ໄດ້ພິຈາລະນາ ແລະ ຮັບຮອງເອົາການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2016-2020) ປີ 2020 ຂອງສະພາປະຊາຊົນນະຄອນຫຼວງ ຊຸດທີ I ແຜນການເຖິງກອງປະຊຸມຄັ້ງປະຖົມມະລືກ ແລະ ຄາດຄະເນແຜນການ ປະຈໍາປີ 2021 ຂອງສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ 2 ໄດ້ຮັບຟັງການປະກອບຄຳເຫັນຂອງອົງການແນວລາວສ້າງຊາດນະຄອນຫຼວງ ຕໍ່ກັບການເຄື່ອນໄຫວວຽກງານຂອງສະພາປະຊາຊົນນະຄອນຫຼວງ ໄດ້ຮັບຟັງການຊີ້ແຈງບັນຫາສໍາຄັນຂອງອົງການປົກຄອງນະຄອນຫຼວງຄື: ການແກ້ໄຂບັນຫາຢາເສບຕິດໃນສະເພາະໜ້າຢູ່ນະຄອນຫຼວງ ການຈັດສັນຄວາມເປັນລະບຽບຮຽບຮ້ອຍໃນຕົວເມືອງ ແລະ ບັນຫາການຮັກເຊື້ອໃນຕົວເມືອງ ການຄຸ້ມຄອງລາຄາສິນຄ້າຕາມປ່ອງຕະຫຼາດຢູ່ ນວ ການແກ້ໄຂບັນຫາວຽກເຮັດງານທໍາຂອງປະຊາຊົນຊາວ ນວ ພ້ອມກັນນັ້ນ ຍັງໄດ້ຮັບຟັງການຊີ້ແຈງຈາກອົງການປົກຄອງນະຄອນຫຼວງ ຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ຊຸດທີ VIII ປະຈຳເຂດເລືອກຕັ້ງທີ 1 ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ 1 ທີ່ໄດ້ຊັກຖາມ ແລະ ຍົກຂຶ້ນໃນກອງປະຊຸມເປັນຕົ້ນ ລຶບລ້າງຄວາມທຸກຍາກ ບັນຫາແຜນການ-ການເງິນ ບັນຫາການຊົດເຊີຍ ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂຄງການພັດທະນາຂອງລັດ ບັນຫາຄວາມຫຼ້າຊ້າຂອງໂຄງການລົງທຶນຂອງລັດ ບັນຫາການຜະລິດເປັນສິນຄ້າ ຕິດພັນກັບການຈັດສັນຕະຫຼາດຈຳໜ່າຍ ໃນກອງປະຊຸມຄັ້ງນີ້ ໄດ້ຮັບຟັງການເຜີຍແຜ່ເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II.

​  # ຂ່າວ & ພາບ: ເພັດສະໝອນ

error: Content is protected !!