ນວ ສາມາດມ້າງຄະດີກຸ່ມແກ້ງມົ້ວສຸມຢາເສບຕິດໄດ້ 900 ກວ່າເລື່ອງ

ໃນ 1 ປີ ນວ ສາ­ມາດ​ມ້າງ​ຄະ­ດີ ແລະ ກຸ່ມ​ແກ້ງ​ມົ້ວ​ສຸມ​ຢາ​ເສບ​ຕິດ​ໄດ້ 900 ກວ່າ​ເລື່ອງ ຢຶດ​ຂອງ​ກາງ​ຢາ​ບ້າ​ໄດ້ 1 ລ້ານ​ກວ່າ​ເມັດ ພ້ອມ​ທັງ​ເຮ​ໂລ​ອິນ ກັນ­ຊາ ແລະ ອາ­ວຸດ ພ້ອມ​ສຸມ​ໃສ່​ແກ້​ໄຂ​ຢ່າງ​ຈິງ​ຈັງ ເຊິ່ງ​ບັນ­ຫາ​ຢາ​ເສບ​ຕິດ ເປັນ​ບັນ­ຫາ​ໜຶ່ງ​ທີ່​ໂລກ​ໃຫ້​ຄວາມ​ສົນ­ໃຈ​ໃນ​ການ​ປ້ອງ​ກັນ ສະ­ກັດ​ກັ້ນ ແລະ ປາບ​ປາມ ສຳ­ລັບ​ລາວ​ເຮົາ ກໍ​ຄື ນວ ບັນ­ຫາ​ເສບ​ຕິດ​ແມ່ນ​ເປັນ​ໄພ​ຂົ່ມ­ຂູ່ ຄຸກ​ຄາມ​ເຖິງ​ຄວາມ​ສະ­ຫງົບ ແລະ ຄວາມ​ເປັນ​ລະ­ບຽບ​ຮຽບ​ຮ້ອຍ​ໃນ​ສັງ­ຄົມ ເປັນ​ໄພ​ອັນ­ຕະ­ລາຍ​ເຖິງ​ຊິ­ວິດ ສຸ­ຂະ­ພາບ​ຂອງ​ພົນ­ລະ­ເມືອງ ເຊິ່ງ​ເປັນ​ສາ­ເຫດ​ພາ­ໃຫ້​ເກີດ​ມີ​ບັນ­ຫາ​ອາດ­ຊະ­ຍາ​ກຳ ປາ­ກົດ­ການ​ຫຍໍ້­ທໍ້​ໃນ​ສັງ­ຄົມ.

ຕໍ່​ບັນ­ຫາ​ນີ້ ທ່ານ ພັນ​ເອກ ຈັນ​ຫອມ ແກ້ວ​ສຸ­ລະ​ໄຊ ຮອງ​ຫົວ­ໜ້າ​ກອງ​ບັນ­ຊາ​ການ ປກສ ນວ ກໍ່​ໄດ້​ຊີ້​ແຈງ​ໃນ​ການ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ຢູ່ ນວ ໃນ 1 ປີ​ວ່າ: ໃນ​ປີ 2020 ປກສ ນວ ໄດ້​ມີ​ຄວາມ​ພະ­ຍາ­ຍາມ​ປະ­ຕິ­ບັດ​ຕາມ​ພາ­ລະ​ບົດ­ບາດ​ຂອງ​ຕົນ ໂດຍ​ສົມ­ທົບ​ກັບ​ບັນ­ດາ​ຂະ­ແໜງ­ການ​ທີ່​ກ່ຽວ­ຂ້ອງ ອຳ­ນາດ​ການ​ປົກ­ຄອງ​ຂັ້ນ​ເມືອງ ບ້ານ ແລະ ບັນ­ດາ​ກົມ​ວິ­ຊາ​ສະ­ເພາະ​ຂອງ​ກະ­ຊວງ ປກສ ຈັດ​ຕັ້ງ​ປະ­ຕິ­ບັດ​ບັນ­ດາ​ມາດ​ຕະ­ການ​ຕ່າງໆ ເພື່ອ​ສຸມ​ໃສ່​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ​ຢູ່ ນວ ໂດຍ​ສຸມ​ໃສ່​ເຮັດ​ວຽກ​ປ້ອງ​ກັນ ແລະ ສະ­ກັດ​ກັ້ນ ເຊິ່ງ​ໄດ້​ແນ­ໃສ່​ຈັດ​ຕັ້ງ​ບັນ­ດາ​ມາດ​ຕະ­ການ​ຄວບ​ຄຸມ​ຢາ​ເສບ​ຕິດ ໂດຍ​ການ​ຖື​ເອົາ​ວຽກ​ງານ​ໂຄ­ສະ­ນາ ສຶກ​ສາ​ອົບ­ຮົມ​ຢູ່​ບັນ­ດາ​ໂຮງ­ຮຽນ ໂຮງ​ຈັກ-ໂຮງ­ງານ ໝູ່​ບ້ານ​ຕ່າງໆ ສົມ­ທົບ​ກັບ​ຂະ​ບວນ​ການ​ກໍ່­ສ້າງ​ຮາກ​ຖານ ສ້າງ​ບ້ານ​ປອດ​ຢາ​ເສບ​ຕິດ​ໄດ້ 348 ບ້ານ ສ້າງ​ໂຮງ­ຮຽນ​ປອດ​ຢາ​ເສບ​ຕິດ​ໄດ້ 156 ແຫ່ງ ໄດ້​ເອົາ­ໃຈ­ໃສ່​ຂຶ້ນ​ບັນ­ຊີ​ຄຸ້ມ​ຄອງ ແລະ ສຶກ​ສາ​ອົບ­ຮົມ​ເປົ້າ​ໝາຍ​ຢູ່​ຕາມ​ໝູ່​ບ້ານ ຈັດ​ຕັ້ງ​ການ​ລາດ­ຕະ­ເວນ​ສະ­ກັດ​ກັ້ນ​ຕາມ​ເສັ້ນ­ທາງ​ຂົນ­ສົ່ງ​ຢາ​ເສບ​ຕິດ​ເຂົ້າ-ອອກ ນວ ສ້າງ​ເປັນ​ລາຍ​ຄະ­ດີ​ສະ­ເພາະ ເຊິ່ງ​ສາ­ມາດ​ມ້າງ​ຄະ­ດີ​ໃຫຍ່​ນ້ອຍ ແລະ ກຸ້ມ​ແກ້ງ​ມົ້ວ​ສຸມ​ຢາ​ເສບ​ຕິດ​ໄດ້ 941 ເລື່ອງ ໃນ​ນັ້ນ ມົ້ວ​ສຸມ​ເສບ​ຢາ 351 ເລື່ອງ ກັກ​ຕົວ​ມາ​ດຳ­ເນີນ​ຄະ­ດີ ແລະ ສຶກ​ສາ​ອົບ­ຮົມ 1.305 ຄົນ ຢຶດ​ຂອງ​ກາງ​ຢາ​ບ້າ 1,4 ລ້ານ​ກວ່າ​ເມັດ ຢາ​ໄອສ໌ 1.079 ກິ​ໂລ ເຮ​ໂລ​ອິນ 43 ກິ​ໂລ ກັນ­ຊາ 53 ກິ​ໂລ ພ້ອມ​ດ້ວຍ​ອາ­ວຸດ ແລະ ພາ­ຫະ­ນະ​ຈຳ­ນວນ​ໜຶ່ງ ພ້ອມ​ນັ້ນ ກໍ​ໄດ້​ປະ­ສານ​ສົມ­ທົບ​ກັບ​ຕຳ­ຫຼວດ​ຫວຽດ­ນາມ ແລະ ໄທ ເພື່ອ​ສະ­ກັດ​ກັ້ນ​ການ​ຂົນ­ສົ່ງ​ຢາ​ເສບ​ຕິດ ການ​ຂົນ­ສົ່ງ​ຢາ​ເສບ​ຕິດ​ຂ້າມ​ປະ­ເທດ.

ໃນ­ຕໍ່­ໜ້າ​ນີ້ ກອງ​ບັນ­ຊາ​ການ ປກສ ນວ ຍັງ​ຈະ​ໄດ້​ສຸມ​ໃສ​ແກ້​ໄຂ​ບັນ­ຫາ​ຢາ​ເສບ​ຕິດ ທັງ​ມ້າງ​ວົງ​ຈອນ​ການ​ມົ້ວ​ສຸມ ກຸ່ມ​ແກ້ງ ເພື່ອ​ຕັດ​ບໍ່​ໃຫ້​ມີ​ການ​ຂະ­ຫຍາຍ­ຕົວ ທັງ​ຮຽກ­ຮ້ອງ​ໃຫ້​ທຸກ​ພາກ­ສ່ວນ ຕະ­ຫຼອດ​ຮອດ​ປະ­ຊາ­ຊົນ ເປັນ​ເຈົ້າ​ການ​ຮ່ວມ​ກັນ​ໃນ​ການ​ສະ­ກັດ​ກັ້ນ ແກ້​ໄຂ ແລະ ປາບ​ປາມ​ບັນ­ຫາ​ຢາ​ເສບ​ຕິດ​ຢ່າງ​ຈິງ​ຈັງ ເພື່ອ​ເຮັດ​ໃຫ້​ສັງ­ຄົມ​ມີ​ຄວາມ​ສະ­ຫງົບ ເປັນ​ລະ​ຮຽບ​ຮຽບ​ຮ້ອຍ ແກ້​ໄຂ​ໄດ້​ບັນ­ຫາ​ຢາ​ເສບ​ຕິດ​ຢ່າງ​ຂາດ​ຕົວ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!