ນວ ກວດເຫັນລາຍຮັບ-ລາຍຈ່າຍນອກແຜນຢູ່ ນວ ເກືອບ 29 ຕື້ກີບ

ທ່ານ ສິ­ລິ​ລາດ ທົງ​ສິນ​ທອງ​ເພັງ ຫົວ­ໜ້າ​ພະ­ແນກ­ການ​ເງິນ ນວ ໄດ້​ຂຶ້ນ​ຊີ້​ແຈງ​ຕໍ່​ຄຳ​ເຫັນ​ເຈາະ​ຈິ້ມ​ຂອງ​ອົງ­ການ​ກວດ​ສອບ​ປະ­ຈຳ​ພາກ​ກາງ ແລະ ບັນ­ດາ​ຜູ້​ແທນ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ ແລະ ສະ­ພາ​ປະ­ຊາ­ຊົນ ນວ ໃນ​ຫຼາຍ​ບັນ­ຫາ ຢູ່​ໃນ​ກອງ​ປະ­ຊຸມ​ສະ­ໄໝ​ສາ­ມັນ​ເທື່ອ​ທີ 10 ຂອງ​ສະ­ພາ​ປະ­ຊາ­ຊົນ ນວ ຊຸດ​ທີ 1 ໃນ​ມື້​ທີ​ສອງ ເປັນ­ຕົ້ນ ກ່ຽວ​ກັບ​ລາຍ​ຮັບ-ລາຍ​ຈ່າຍ​ທີ່​ກວດ​ເຫັນ​ເກືອບ 29 ຕື້​ກີບ ວ່າ: ບັນ­ຫາ​ດັ່ງ­ກ່າວ​ແມ່ນ​ໄດ້​ຮັບ​ການ​ແກ້​ໄຂ​ແລ້ວ 7 ຕື້​ກວ່າ​ກີບ ຍັງ​ຄ້າງ​ເກືອບ 22 ຕື້​ກີບ ເຊິ່ງ​ບ້ວງ​ເງິນ​ນີ້ ແມ່ນ​ເງິນ​ລາຍ​ຮັບ​ຄ່າ​ບໍ­ລິ­ການ​ວິ­ຊາ​ການ​ຂອງ​ຂະ­ແໜງ­ການ​ອ້ອມ​ຂ້າງ​ຂອງ ນວ ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ໃນ​ການ​ໃຊ້​ຈ່າຍ ຈຶ່ງ​ໄດ້​ຈ່າຍ​ໄປ​ກ່ອນ ແລ້ວ​ຈະ​ນຳ​ສະ­ເໜີ​ຂຶ້ນ​ແຜນ​ໃນ​ປີ​ຕໍ່​ໄປ ທັງ​ໄດ້​ຊີ້​ແຈງ​ກ່ຽວ​ກັບ​ການ​ເປີດ​ບັນ­ຊີ​ທະ­ນາ­ຄານ ຂອງ​ພະ​ແນກ​ສຶກ​ສາ​ທິ​ການ ແລະ ກິ­ລາ ກອງ​ຄຸ້ມ​ຄອງ​ພາ­ຫະ­ນະ ແລະ ການ​ຂັບ​ຂີ່ ນວ ເຊິ່ງ​ໄດ້​ແກ້​ໄຂ​ສຳ­ເລັດ​ແລ້ວ ນອກ​ນີ້ ກໍ​ໄດ້​ຊີ້​ແຈງ​ການ​ຄິດ­ໄລ່​ອາ­ກອນ​ລາຍ​ໄດ້ ການ​ຄຸ້ມ​ຄອງ​ຊັບ​ສິນ​ທີ່​ສານ​ຕັດ­ສິນ ຮິບ​ມາ​ເປັນ​ຂອງ​ລັດ ທີ່​ຍັງ​ມີ​ຄວາມ​ຫຍຸ້ງ­ຍາກ​ໃນ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ ຄະ­ດີ​ສ່ວນ​ຫລາຍ​ແກ່­ຍາວ​ມາ​ຫຼາຍ​ປີ ເຮັດ​ໃຫ້​ຊັບ​ສິນ​ຢູ່​ກະ​ແຈກ​ກະ­ຈາຍ ເປ່​ເພ່​ຫຼຸ້ຍ​ຫ້ຽນ ເຮັດ​ໃຫ້​ບໍ່​ມີ​ຄວາມ​ເປັນ​ເອ­ກະ​ພາບ​ໃນ​ການ​ປະ­ຕິ­ບັດ.

ພ້ອມ​ດຽວ​ກັນ​ນັ້ນ ກໍ​ຍັງ​ໄດ້​ມີ​ການ​ຊີ້​ແຈງ​ເຖິງ​ຜົນ​ການ​ກວດ​ສອບ​ໃນ​ປີ2019 ໂດຍ​ສະ­ເພາະ​ໜີ້​ຕ້ອງ​ຮັບ​ຂອງ​ສ່ວຍ​ສາ​ອາ­ກອນ ຈຳ­ນວນ 400 ຕື້​ກວ່າ​ກີບ ເຊິ່ງ​ສາ­ມາດ​ທ້ວງ​ໄດ້ ແລະ ມອບ​ເຂົ້າ​ງົບ­ປະ­ມານ​ແລ້ວ 54 ຕື້​ກວ່າ​ກີບ ສ່ວນ​ທີ່​ເຫຼືອ​ແມ່ນ​ຍັງ​ເລັ່ງ​ທວງ​ຄືນ ແລະ ສ່ວນ​ໜຶ່ງ​ແມ່ນ​ເປັນ​ໜີ້​ເສຍ ບາງ​ທຸ­ລະ​ກິດ​ແມ່ນ​ຢຸດ​ເຊົາ ແລະ ເປັນ​ໜີ້​ທວງ​ຄືນ​ຍາກ ໂດຍ​ໄດ້​ສະ­ເໜີ​ໃຫ້​ກະ­ຊວງ​ການ​ເງິນ​ລົບ​ລ້າງ ພ້ອມ​ໄດ້​ຊີ້​ແຈງ​ເຖິງ​ການ​ຈ່າຍ​ລ່ວງ​ໜ້າ​ໃນ​ລະ­ບົບ​ຄັງ​ເງິນ​ແຫ່ງ​ຊາດ​ປະ­ຈຳ ນວ.

# ຂ່າວ & ພາບ: ເພັດ​ສະ­ໝອນ

error: Content is protected !!