5 ປີຕໍ່ໜ້າ ນວ ວາງແຜນສູ້ຊົນສ້າງເສດຖະກິດໃຫ້ເຕີບໂຕໃນອັດຕາບໍ່ຫຼຸດ 8%

    ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນນະຄອນຫຼວງວຽງຈັນຊຸດທີ 1 ໃນວັນທີ 28 ທັນວາ 2020 ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຂຶ້ນສະເໜີຮ່າງທິດທາງແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ IX (2021-2025) ມີບາງຕອນກ່າວວ່າ: ສະເພາະມາດຕະການ ແລະ ກົນໄກການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໍ່ໜ້າ ນະຄອນຫຼວງວຽງຈັນ (ນວ) ໄດ້ວາງມາດຕະການລວມ ໂດຍເນັ້ນໃສ່ສົ່ງເສີມຄວາມຍືນຍົງ ແລະ ຄວາມຫຼາກຫຼາຍຂອງເສດຖະກິດ ເຕົ້າໂຮມກຳລັງແຮງຂອງສັງຄົມ ແລະ ນຳໃຊ້ເສດຖະກິດຫຼາຍພາກສ່ວນເຂົ້າໃນການພັດທະນາ ຮັບປະກັນການຂະຫຍາຍຕົວຂອງເສດຖະກິດໃຫ້ໝັ້ນທ່ຽງ ແລະ ທັງສູ້ຊົນສ້າງເສດຖະກິດເຕີບໂຕໃນອັດຕາບໍ່ຫຼຸດ 7–8% ໃນໄລຍະ 5 ປີ ລວມຍອດຜະລິດຕະພັນພາຍໃນ ຄາດວ່າຈະບັນລຸ 356.600 ຕື້ກີບ ສະເລ່ຍຕໍ່ຫົວຄົນ ບັນລຸ 8750 ໂດລາສະຫະລັດ ໃນນີ້ ຂະແໜງກະສິກຳຂະຫຍາຍຕົວສະເລ່ຍ 4 – 4,5% ຕໍ່ປີ ຂະແໜງອຸດສາຫະກຳຂະຫຍາຍຕົວສະເລ່ຍ 11,5 -12% ຕໍ່ປີ ຂະແໜງການບໍລິການຂະຫຍາຍຕົວສະເລ່ຍ 6,5 – 7%ຕໍ່ປີ.

​                           # ຂ່າວ & ພາບ: ເພັດສະໝອນ

error: Content is protected !!