ປີ 2020 ເສດຖະກິດ ນວ ສືບຕໍ່ຂະຫຍາຍຕົວ 6,4%

    ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ຫົວໜ້າພະແນກແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII (2016-2020) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ I ວັນທີ 28 ທັນວາ 2020 ວ່າ: ສົກປີ 2015-2017 ສະພາບໂດຍລວມເຫັນວ່າເສດຖະກິດມີສະຖຽນລະພາບທີ່ດີໂດຍພື້ນຖານ ສະແດງອອກໃນສົກປີ 2015-2016 ເສດຖະກິດຂະຫຍາຍຕົວໃນລະດັບ 10,92% (ແຜນການວາງໄວ້ 11%) ປີ 2017 ຂະຫຍາຍຕົວໃນລະດັບ 9,63% (ແຜນການວາງໄວ້ 11%) ປີ 2018 ເສດຖະກິດຂອງ ນວ ຂະຫຍາຍຕົວໃນລະດັບ 9,3% (ແຜນການວາງໄວ້ 10,5%) ເຖິງວ່າໄດ້ຫຼຸດອັດຕາການຂະຫຍາຍຕົວເສດຖະກິດແລ້ວກໍຕາມ ແຕ່ຍັງບໍ່ສາມາດບັນລຸຕາມແຜນການທີ່ວາງໄວ້ ເນື່ອງຈາກວ່າໃນປີ 2018 ນວ ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ມີເນື້ອທີ່ການຜະລິດກະສິກໍາເສຍຫາຍ 11.580 ເຮັກຕາ ເຮັດໃຫ້ອັດຕາການຂະຫຍາຍຕົວການຜະລິດກະສິກໍາ ແລະ ປ່າໄມ້ຫຼຸດລົງຈາກ 4,38% ໃນປີ 2017 ມາເປັນ 3,24% ໃນປີ 2018 ແລະ ປີ 2019 ເສດຖະກິດ ນວ ຂະຫຍາຍຕົວໃນລະດັບ 9,58% ລື່ນແຜນການທີ່ຄາດຄະເນໄວ້ 0,08% ອັນພົ້ນເດັ່ນ 2018 ແລະ 2019 ນວ ສາມາດປະຕິບັດເກັບລາຍຮັບເຂົ້າງົບປະມານເກີນແຜນການທີ່ລັດຖະບານມອບໝາຍໃຫ້ ສໍາລັບປີ 2020 ຄາດວ່າເສດຖະກິດ ນວ ຈະຂະຫຍາຍຕົວໃນລະດັບ 6,4% ເນື່ອງຈາກວ່າໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.

    ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2020 ແລະ ທິດທາງແຜນພັດທະນາເສດຖະກິດ-ສັງຄົມປະຈໍາປີ 2021 ຂອງ ນວ ແມ່ນໄດ້ເລັ່ງໃສ່ 6 ແຜນວຽກຈຸດສຸມຄື: ສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ຮັບປະກັນໃຫ້ຂົງເຂດວັດທະນະທໍາ-ສັງຄົມມີການພັດທະນາ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃຫ້ໄດ້ ເອົາໃຈໃສ່ພັດທະນາຕົວເມືອງ ແລະ ເທສະບານຂອງບັນດາເມືອງ ປັບປຸງການບໍລິຫານການປົກຄອງ ແຜນວຽກຮ່ວມມືກັບຕ່າງປະເທດ ແລະ ຮັກສາຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ໂດຍຮັບປະກັນໃຫ້ເສດຖະກິດ-ສັງຄົມ ນວ ຂະຫຍາຍຕົວກົມກຽວທຸກຂະແໜງການ ສົ່ງເສີມ ແລະ ດັດປັບຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ໂດຍສະເພາະ ການຕີລາຄາການເຕີບໂຕທາງດ້ານເສດຖະກິດມີ 3 ຄາດໝາຍ ເຊິ່ງຕາມການຄິດໄລ່ເບື້ອງຕົ້ນ ປີ 2020 ເສດຖະກິດຂອງ ນວ ສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,4% ລື່ນແຜນດັດແກ້ປະມານ 0,1% ຄິດໄລ່ມູນຄ່າເພີ່ມໃນປີແມ່ນ 53.088 ຕື້ກີບ (ແຜນດັດແກ້ (52.509 ຕື້ກີບ) ສະເລ່ຍຕໍ່ຫົວຄົນ 6.213 ໂດລາສະຫະລັດ (ແຜນດັດແກ້ 6.004 ໂດລາ) ໃນນັ້ນ ຂະແໜງກະສິກໍາ ແລະ ປ່າໄມ້ ຂະຫຍາຍຕົວໃນລະດັບ 3,4% ລື່ນແຜນ 0,17% ລື່ນແຜນດັດແກ້ 3,23% ກວມເອົາ 14,3% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ຂະແໜງອຸດສາຫະກໍາ ຍັງສືບຕໍ່ຂະຫຍາຍຕົວຢູ່ໃນລະດັບ 6,8% ຫຼຸດແຜນການ 1% ແຜນດັດແກ້ 7,8% ກວມເອົາ 49,5% ຂອງ GDP  ແລະ  ຂະແໜງບໍລິການສືບຕໍ່ຂະຫຍາຍຕົວໃນລະດັບ 4,8% ຫຼຸດແຜນການ 0,3% ແຜນດັດແກ້ 5,1% ກວມເອົາ 49,5% GDP.

    ທິດທາງແຜນການປີ 2021 ເປັນປີທໍາອິດຂອງການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງ ນວ ເພື່ອສ້າງພື້ນຖານທີ່ໜັກແໜ້ນໃຫ້ແກ່ບາດລ້ຽວໃໝ່ໃນການຫັນປ່ຽນໂຄງສ້າງເສດຖະກິດຈາກການຜະລິດແບບດັ່ງເດີມ ໄປສູ່ໂຄງສ້າງເສດຖະກິດໃໝ່ທີ່ມີຄຸນນະພາບ ໄປຕາມທິດສີຂຽວ ແລະ ຍືນຍົງ ຕ້ອງໄດ້ສຸມໃສ່ຂຸດຄົ້ນປັດໄຈພາຍໃນເປັນຕົ້ນຕໍ ແລະ ເພີ່ມທະວີຄວາມເປັນເຈົ້າການສູງຕາມທິດເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ສາມາດຄາດຄະເນການຂະຫຍາຍຕົວ GDP ຂອງ ນວ ຈະເພີ່ມຂຶ້ນໃນລະດັບ 6,5% ຄິດເປັນມູນຄ່າ GDP ຕາມລາຄາໃນປີປະມານ 59.270 ຕື້ກີບ GDP ສະເລ່ຍຕໍ່ຫົວຄົນເທົ່າກັບ 6.710 ໂດລາ ໃນນັ້ນ ຂະແໜງກະສິກໍາຂະຫຍາຍຕົວເພີ່ມຂຶ້ນ 4% ກວມເອົາ 14% ຂອງ GDP ຂະແໜງອຸດສາຫະກໍາຂະຫຍາຍຕົວເພີ່ມຂຶ້ນ 8,5% ກວມເອົາ 49% ຂອງ GDP ແລະ ຂະແໜງການບໍລິການຂະຫຍາຍຕົວເພີ່ມຂຶ້ນ 5,2% ກວມເອົາ 37% ຂອງ GDP.

# ຂ່າວ & ພາບ: ຂັນທະວີ

error: Content is protected !!