ວັນທີ 22 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ ບໍລິສັດປີໂຕຣລຽມ ເທຣດດິງລາວ ມະຫາຊົນ ໄດ້ຈັດພິທີປະກາດການແຕ່ງຕັ້ງຄະນະສະພາບໍລິຫານ ແລະ ຄະນະຜູ້ອຳນວຍການລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຂຶ້ນຢ່າງເປັນທາງການ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ທ່ານ ຄຳເຜີຍ ແກ້ວກິນາລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຮອງປະທານຄະນະກຳມາທິການຮ່ວມມືລາວ-ຫວຽດນາມ ທ່ານ ອາລຸນແກ້ວ ກິດຕິຄຸນ ອະດີດລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ປະທານກຳມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວ ໂຮນດິງ ຈຳກັດ ທ່ານ ສີລາ ວຽງແກ້ວ ອະດີດຮອງລັດຖະມົນຕີກະຊວງການເງິນ ທີ່ປຶກສາອາວຸໂສບໍລິສັດ ວຽງຈັນ ໂລຈິສຕິກພາກ ຈຳກັດ ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ປີໂຕຣລຽມເທຣດດິງລາວ ມະຫາຊົນ ພ້ອມດ້ວຍບັນດາຄະນະສະພາບໍລິຫານ ຄະນະຜູ້ອຳນວຍການລັດວິສາຫະກິດ ພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຜູ້ບໍລິຫານບັນດາບໍລິສັດໃນເຄືອ ບໍລິສັດອ້ອມຂ້າງລວມທັງໝົດ 50 ກວ່າທ່ານ ແລະ ບັນດາຫົວໜ້າຫ້ອງການ ກົມກະຊວງທີ່ກ່ຽວຂ້ອງ.

ໃນພິທີ ທ່ານ ອຸໄທ ອິນທະລາດ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ກະຊວງການເງິນ ຂຶ້ນຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງການເງິນ ວ່າດ້ວຍການແຕ່ງຕັ້ງຄະນະສະພາບໍລິຫານ ແລະ ຄະນະຜູ້ອຳນວຍການລັດວິສາຫະກິດພັດທະນາທ່າເຮືອຫວຸ້ງອ່າງ ລາວ-ຫວຽດນາມ ຈາກນັ້ນ ຜູ້ເຂົ້າຮ່ວມພິທີກໍໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນຳຈາກທ່ານ ບຸນເຫຼືອ ສິນໄຊວໍຣະວົງ ແລະ ທ່ານ ຈັນທອນ ສິດທິໄຊ ປະທານກຸ່ມບໍລິສັດ ປີໂຕຣລຽມ ເທຣດດິງລາວ ມະຫາຊົນ ໄດ້ຕາງໜ້າໃຫ້ຄະນະສະພາບໍລິຫານ ແລະ ຄະນະອຳນວຍການ ຂຶ້ນມີຄຳເຫັນກ່າວຮັບຄຳໂອວາດຕັກເຕືອນຈາກທ່ານຮອງລັດຖະມົນຕີກະຊວງການເງິນ ນອກນີ້ ທ່ານ ສີລາ ວຽງແກ້ວ ກໍ່ໄດ້ມີຄຳເຫັນຄວາມສຳຄັນໂຄງການພັດທະນາທ່າເຮືອຫວຸ້ງອ່າງຕື່ມອີກ.




# ຂ່າວ & ພາບ: ຂັນທະວີ