ຫົວເຫວີຍ ອວຍພອນໜັງສືພິມວຽງຈັນໃໝ່

ໃນ​ໂອ­ກາດ​ສົ່ງ​ທ້າຍ​ປີ​ເກົ່າ 2020 ຕ້ອນ­ຮັບ​ປີ​ໃໝ່ 2021 ທີ່​ຈະ​ມາ​ເຖິງ ວັນ​ທີ 24 ທັນ­ວາ 2020 ທ່ານ​ນາງ ສຸກ​ພະ​ຕາ ນະ­ຄອນ​ສິດ ຜູ້​ຈັດ­ການ​ຝ່າຍ​ປະ­ຊາ­ສຳ­ພັນ ບໍ­ລິ­ສັດ​ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ ລາວ ຈຳ­ກັດ​ຜູ້​ດຽວ ໄດ້​ນຳ​ກະ­ຕ່າ​ຂອງ­ຂວັນ​ມາ​ອວຍ­ພອນ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ວຽງ​ຈັນ​ທຸ­ລະ​ກິດ-ສັງ­ຄົມ ເປັນ​ກຽດ​ຕ້ອນ­ຮັບ​ໂດຍ​ທ່ານ​ນາງ ແກ້ວ​ຊ້ອນ ຈັນ­ທະ​ນາມ ບັນ­ນາ­ທິ­ການ​ໜັງ­ສື­ພິມ​ວຽງ​ຈັນ​ໃໝ່ ແລະ ວຽງ​ຈັນ​ທຸ­ລະ​ກິດ-ສັງ­ຄົມ ເຊິ່ງ​ທ່ານ​ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ ແລະ ອວຍ­ພອນ​ມາ​ຍັງ​ບໍ­ລິ­ສັດ​ຫົວ​ເຫວີຍ ເຕັກ​ໂນ​ໂລ​ຊີ ລາວ ຈຳ­ກັດ​ຜູ້​ດຽວ ທີ່​ມາ​ອວຍ­ພອນ​ຄັ້ງ​ນີ້ ຈົ່ງ​ມີ​ຄວາມ​ຜາ​ສຸກ​ໃນ​ຊີ­ວິດ​ສ່ວນ​ຕົວ ຄອບ­ຄົວ ແລະ ປະ­ສົບ​ຜົນ­ສຳ­ເລັດ​ໃນ​ໜ້າ­ທີ່​ການ​ງານ.

# ຂ່າວ & ພາບ: ຂັນ​ທະ­ວີ

error: Content is protected !!